ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ໃນວັນທີ 3 ກຸມພາ 2021; ເຜີຍແຜ່ໂດຍ ພັອ ບຸນແພງ ທີລະສັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ.

ພັອ ບຸນແພງ ທີລະສັກ ໄດ້ຍົກໃຫ້ເຫັນການເສີມຂະຫຍາຍສິດເປັນເຈົ້າເຂົ້າໃນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໂດຍຍົກໃຫ້ເຫັນລະບຽບການ, ຂັ້ນຕອນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນຄັ້ງນີ້; ເພື່ອໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ ແນໃສ່ຮັບປະກັນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃຫ້ໄດ້ຕາມຈຳນວນທີ່ກຳ ນົດໄວ້.

ສຳລັບເອກະສານທີ່ນຳມາ ເຜີຍແຜ່ໃນຄັ້ງນີ້, ປະກອບມີ 3 ເອກະສານຄື: ມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງ ແລະ ເອກະສານໃຊ້ສໍາລັບການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II; ທັງນີ້, ກໍເພື່ອເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບກອງ ບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດເປັນເຈົ້າຂອງຕົນເຂົ້າໃນການເລືອກຕັ້ງໃຫ້ໄດ້ຮັບຜົນດີ.