ເກີດເຫດລົດຈັກຮອນດ້າເວບ 100 ຊິ້ງຂ້າມເລນຕໍາເອົາລົດ 10 ລໍ້ແກ່ດິນ ຢູ່ເສັ້ນທາງເຂດບ້ານນ້ຳໃສທ່າ ເມືອງປະທຸມພອນ ແຂວງຈໍາປາສັກ ໃນເວລາ 16:10 ໂມງ ໃນວັນທີ 2 ກຸມພາ 2021 ເຮັດໃຫ້ຜູ້ຂັບຂີ່ລົດຈັກ ຟົ້ງເຂົ້າກ້ອງລົດ ກ່ອນຖືກຢຽບເສຍຊີວິດ.

ເຈົ້າໜ້າທີ່ຕໍາຫຼວດຈະລາ ຈອນ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ:

ກ່ອນເກີດເຫດ, ທ້າວ ບຸນມີ ອາຍຸ 60 ປີ ຢູ່ບ້ານດອນໂຈດ ເມືອງໂພນທອງ ແຂວງຈໍາປາສັກ ຂັບຂີ່ລົດຈັກຮອນດ້າເວບ 100 ໝາຍເລກທະບຽນ ຈຣ 3461 ຈໍາປາສັກ ຂັບຂີ່ລົດດ້ວຍຄວາມໄວມາແຕ່ທາງປາກເຊ ມຸ່ງໜ້າໄປທາງເມືອງໂຂງ; ພໍຮອດຈຸດເກີດເຫດ ລົດຈັກໄດ້ຂັບອອກນອກເລນທາງໄປທາງກ້ຳຂວາມື ເຮັດໃຫ້ຕໍາກັບລົດ 10 ລໍ້ແກ່ດິນ ໝາຍເລກທະບຽນ ບກ 6506 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ໂອ້ຍ ອາຍຸ 40 ປີ ຢູ່ບ້ານຜັກແພວ ເມືອງປະທຸມພອນ ທີ່ຂັບຂີ່ມາແຕ່ເມືອງໂຂງ ມຸ່ງໜ້າໄປທາງປາກເຊ ຢ່າງແຮງ.

ອຸບັດຕິເຫດນີ້ ເຮັດໃຫ້ຜູ້ຂັບຂີ່ລົດຈັກຟົ້ງເຂົ້າກ້ອງລົດ ຖືກຢຽບເສຍຊີວິດຄາທີ່ ສ່ວນລົດຈັກຖືກລາກຕິດກັບໜ້າລົດໃຫຍ່ປະມານ 10 ແມັດ ຈຶ່ງສາມາດຢຸດໄດ້.

ເຈົ້າໜ້າທີ່ໃຫ້ຮູ້ເຖິງສາເຫດໃນການເກີດອຸບັດຕິເຫດໃນຄັ້ງນີ້ ແມ່ນເກີດຈາກຜູ້ຂັບຂີ່ລົດຈັກຂີ່ລົດໄວ ແລະ ຂັບຂີ່ອອກເລນທາງ ເປັນສາເຫດເຮັດໃຫ້ລົດຈັກຕໍາເອົາລົດທີ່ຂັບຂີ່ສວນທາງມາ.