ວັນທີ 3 ກຸມພາ 2021, ທີ່ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ຮັບຕາໜ່າງແຊມກາຍ ລະຫວ່າງກົມຊ່າງແສງ ກັບ ບໍລິສັດໄຊມັງກອນ ການຢາ ຈຳກັດ; ໂດຍການເຂົ້າຮ່ວມຂອງ ພົຕ ກິລາກອນ ບຸນນະພົນ ຫົວໜ້າກົມໃຫ່ຍເຕັກ ນິກກອງທັບ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ບໍລິສັດໄຊມັງກອນ ການຢາ ເຂົ້າຮ່ວມ.

ໃນພິທີ, ພັອ ວຽງໄຊ ໄຊສະ ໝອນ ຫົວໜ້າກົມຊ່າງແສງ ກົມ ໃຫ່ຍເສນາທິການ ໄດ້ກ່າວຮັບວ່າ: ຕາໜ່າງແຊມກາຍການທະຫານ ທີ່ບໍລິສັດໄຊມັງກອນ ການຢາ ຈໍາກັດ ຈັດຊື້ໃຫ້ກະຊວງປ້ອງກັນປະເທດ ເປັນອຸປະກອນທີ່ຈຳເປັນນຳໃຊ້ເຂົ້າໃນການຫັດແອບຊ້ອມຮົບ ແລະ ສູ້ຮົບ ຂອງເຫຼົ່າຮົບວິຊາສະເພາະທົ່ວປະເທດ ແລະ ຈະໄດ້ແບ່ງປັນໃຫ້ບັນດາກົມກອງເຫຼົ່າຮົບໃນຂອບເຂດທົ່ວປະເທດໃຫ້ເໝາະສົມຕາມໜ້າທີ່ການເມືອງຂອງກົມກອງ; ເພື່ອຮັບປະກັນໃຫ້ກົມກອງເຫຼົ່າຮົບໄດ້ນຳໃຊ້ອຸປະກອນຕາໜ່າງແຊມກາຍການທະຫານດັ່ງກ່າວເຂົ້າໃນວຽກງານ ກຽມພ້ອມສູ້ຮົບ ເພື່ອເຮັດສຳເລັດໜ້າທີ່ຂອງຂັ້ນເທິງມອບໝາຍໃຫ້ເວລາໃດກໍຕອ້ງຮັບປະກັນການນໍາໃຊ້ອຸປະກອນຕາໜ່າງແຊມກາຍດັ່ງກ່າວໃຫ້ຖືກເປົ້າໝາຍ, ການຄຸ້ມຄອງປົກປັກຮັກສານໍາໃຊ້ໄດ້ໃນສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິຜົນສູງ.

ຕາໜ່າງແຊມກາຍ ທີ່ຈັດມອບ-ຮັບໃນຄັ້ງນີ້ປະກອບມີ 4 ຊະນິດ ຄື: ຕາໜ່າງແຊມກາຍແບບທົ່ວໄປ ຈຳນວນ 300 ແຜ່ນ (ຮັບໃຊ້ການອົບຮົມ ແລະ ຫັດແອບຊ້ອມຮົບ); ຕາໜ່າງແຊມກາຍປະເພດກາງ ຈຳນວນ 163 ແຜ່ນ; ຕາໜ່າງແຊມກາຍຄຸນນະພາບດີ ຈຳນວນ 60 ແຜ່ນ ແລະ ຕາໜ່າງແຊມກາຍຄຸນນະພາບດີທີ່ສຸດ ຈຳນວນ 60 ແຜ່ນ. ໂດຍກ່າວມອບຂອງ ທ່ານ ນາງ ແສງວອນ ຖັງ ປະທານບໍລິສັດ ໄຊມັງກອນ ການຢາ ຈຳກັດ.

ໂອກາດນີ້, ພົຕ ກິລາກອນ ບຸນນະພົນ ສະແດງຄວາມຂອບ ໃຈມາຍັງພາກສວນບໍລິສັດໄຊ ມັງກອນ ຈຳກັດ ທີ່ໄດ້ນຳເອົາເຄື່ອງອຸປະກອນແຊມກາຍມາມອບໃຫ້ກົມຊ່າງແສງໃນຄັ້ງນີ້ ພ້ອມທັງເຊື່ອໝັ້ນວ່າໂອກາດຕໍ່ໄປຈະໄດ້ຮັບການຮ່ວມມືຊ່ວຍເຫຼືອກັນໃນການຈັດຫາຈັດຊື້ວັດຖຸອຸປະກອນໃຫ້ທາງກະຊວງປ້ອງກັນປະເທດຕື່ມອີກ.