ເພື່ອກະກຽມຄວາມພ້ອມຂຳນັບຮັບຕ້ອນວັນປ່ອນບັດເລື່ອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ.

ໃນອາທິດຜ່ານມາ, ຄະນະຮັບຜິດຊອບພະແນກຕຳຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕັ້ງຈຸດກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ບັນຈຸດເສັ້ນທາງເຂດເທດສະບານ, ໂດຍປະຕິບັດຕາມທິດຊີ້ນໍາຂອງກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ຂໍ້ຕົກລົງຂອງຄະນະພັກຫ້ອງຕຳຫຼວດ ປກສ ແຂວງສະບັບເລກທີ 16/ຕຫຼ ລົງວັນທີ 2 ກຸມພາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງເຄື່ອນໄຫວເລີກຮື້ສິ່ງກີດຂວາງຕາມຈຸດເສັ້ນທາງເທດສະບານເມືອງໄຊ.

ໃນນີ້, ໄດ້ກຳນົດຕັ້ງຈຸດກວດກາຢູ່ 4 ຈຸດ ຄື: ເສັ້ນທາງຜ່ານບ້ານນາສ້າວ-ບ້ານຫ້ວຍຂຸມ; ບ້ານດອນແກ້ວ-ບ້ານໜອງແມງດາ; ຈຸດເສັ້ນທາງເລກທີ 13 ເໜືອ ເຂດກິໂລແມັດທີ 4 ແລະ ຈຸດບ້ານລ້ອງກໍເດື່ອ ເທດສະບານເມືອງໄຊ; ເຊິ່ງມີຄະນະຮັບຜິດຊອບລົງປະຕິບັດຕົວຈິງຈຳນວນ 20 ກ່ວາສະຫາຍ.