ກົມກວດກາ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021; ໂດຍການເປັນປະທານຂອງ ທ່ານ ສາຍທອງ ອິດທິ ພົນ ຫົວໜ້າກົມກວດກາ ແລະ ເຂົ້າຮ່ວມຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ; ມີຄະນະພັກ-ຄະນະກົມ, ແຂກຮັບເຊີນ ພ້ອມດ້ວຍພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ຄໍາແສນ ໄຊຍະວົງ ຮອງຫົວໜ້າກົມກວດກາກ່າວ ວ່າ: ກົມກວດກາ ໄດ້ເອົາໃຈໃສ່ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດພາລະບົດ ບາດ, ສິດໜ້າທີ່ຂອງຫ້ອງການ, ບັນດາກົມ, ອົງການ, ສະຖາບັນ, ສູນ, ພະແນກ ຮສສ ບັນດາແຂວງ, ຂອບເຂດນະຄອນຫຼວງວຽງຈັນ ແລະ ຫ້ອງການ ຮສສ ບັນ ດາເມືອງ-ນະຄອນໃນຂອບເຂດທົ່ວປະເທດ; ຜ່ານການຕິດຕາມ, ກວດກາຕົວຈິງ ເຫັນວ່າ: ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນຕາມພາລະບົດບາດ, ບາງວຽກກໍໄດ້ເກີນຄາດໝາຍ, ມີບາງອັນກໍຫຼຸດຄາດໝາຍ ໂດຍສະ ເພາະການປະຕິບັດຄາດໝາຍສູ້ຊົນຂອງປີບໍ່ໄດ້ຕາມແຜນທີ່ຕົນ ໄດ້ກໍານົດໄວ້; ນອກຈາກນັ້ນ, ຍັງໄດ້ມອບ-ໂອນວຽກງານກວດກາສະເພາະກິດການເງິນຂອງສູນເສຍອົງຄະພິເສດ 790 ທີ່ພົບ ເຫັນເງິນຈໍານວນ 126.486. 553 ກີບ ໃຫ້ກົມກວດກາ ກະ ຊວງບ້ອງກັນປະເທດ ສືບຕໍ່ແກ້ ໄຂເກັບກູ້ເງິນຄືນຕາມພາລະບົດບາດ; ໄດ້ເກັບກູ້ເອົາເງິນຈາກເປົ້າໝາຍກວດກາສະເພາະກິດສູນ ພັດທະນາຜູ້ເສຍອົງຄະ 489 ໃນງວດສຸດທ້າຍ ແລະ ເກັບກູ້ເອົາ ເງິນທີ່ພະ ນັກງານຢືມໃນເມື່ອ ກ່ອນ ຈໍານວນ 24. 407.881 ກີບ ມາມອບເຂົ້າຄັງລວມຂອງກະຊວງ ຮສສ. ສ່ວນຍັງເຫຼືອ 30.000.000 ກີບ ຈະໄດ້ສືບຕໍ່ເກັບກູ້ເອົານໍາພະນັກງານຜູ້ທີ່ຢືມເງິນຕໍ່ອີກ ແລ້ວມອບເງິນຈໍານວນດັ່ງກ່າວເຂົ້າຄັງລວມຂອງກະຊວງ ທັງໝົດ ແລ້ວໄປມອບເຂົ້າຄັງເງິນ ແຫ່ງຊາດກະຊວງການເງິນຕາມລະບຽບການ.

ທິດທາງແຜນການປີ 2021, ຄະນະພັກ-ຄະນະກົມ ຈະສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະ ກອນຂອງກົມກວດກາໃຫ້ມີ ແນວຄິດອຸ່ນອຽນທຸ່ນທ່ຽງ; ເອົາໃຈໃສ່ຕິດຕາມກວດກາຄະນະ ພັກຮາກຖານ, ບັນດາໜ່ວຍພັກ, ໃນການປະຕິບັດມະນຕິຄໍາສັ່ງ, ຂໍ້ ກໍານົດກົດລະບຽບຂອງພັກໃນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ແບບ ແຜນວິທີນໍາພາ, ວິທີເຮັດວຽກ, ດຳເນີນຊີວິດໜ່ວຍພັກປະຈໍາ ເດືອນ ແລະ ຊີ້ນໍາ-ນໍາພາວຽກງານ ວິຊາສະເພາະຂອງຕົນໃຫ້ມີຜົນ ສໍາເລັດ.