ລັດວິສາຫະກິດບໍລິການ ຄວາມປອດໄພ (ລບຄ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX; ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ເຜີຍແຜ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949-20 ມັງ ກອນ 2021) ຂຶ້ນໃນວັນທີ 8 ກຸມພາ 2021; ໂດຍການເຜີຍ ແຜ່ຂອງ ພັທ ຄໍາຜອງ ຈັນດາລາ ຮອງອໍານວຍການ ລບຄ, ມີຄະນະພັກ, ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ຄໍາຜອງ ຈັນດາລາ ໄດ້ຍົກໃຫ້ເຫັນການເສີມຂະຫຍາຍສິດເປັນເຈົ້າເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ໂດຍໄດ້ຍົກໃຫ້ເຫັນລະບຽບການ; ຂັ້ນຕອນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນ ຄັ້ງນີ້ ເພື່ອໃຫ້ບັນລຸຈຸດປະສົງ, ຄາດໝາຍ ແນໃສ່ຮັບປະກັນກາເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ໄດ້ຕາມຈຳນວນທີ່ໄດ້ກຳນົດໄວ້.

ສຳລັບເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ 4 ເອກະສານຄື: ມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະ ຊາຊົນແຂວງ ຊຸດທີ II; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ II; ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ແລະ ຄໍາແນະນໍາຂອງຄະນະກໍາມະ ການເລືອກຕັ້ງຂັ້ນນະຄອນຫຼວງ ວຽງຈັນ ກ່ຽວກັບການແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງຂັ້ນ ເມືອງ.

ພ້ອມດຽວກັນນັ້ນທ່ານຍັງ ໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949-20 ມັງກອນ 2021) ເຊິ່ງທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 72 ປີ ຜ່ານມາ; ທີ່ກອງທັບປະຊາຊົນລາວ ໄດ້ຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ໄດ້ສືບທອດມູນເຊື້ອວິລະບຸລຸດຂອງຊາດ ທີ່ສະແດງ ເຖິງທາດແທ້ຂອງກອງທັບນັບ ແຕ່ມື້ສ້າງຕັ້ງມາກອງທັບປະຊາຊົນລາວ ໄດ້ຮັບການປັບປຸງເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິນມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມອົງອາດກ້າຫານບໍ່ຫວັ່ນໄຫວຄອນແຄ້ນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ; ມີຫຼາຍໆຄົນລຸກຂຶ້ນຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ.

ຜ່ານພຶດຕິກຳແຫ່ງການຕໍ່ສູ້ຍືດເຍື້ອຍາວນານນັ້ນ ໄດ້ເກີດມີນັກຮົບດີເດັ່ນ, ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນນັບທັງກຳລັງຫຼວງ, ກຳລັງທ້ອງຖິ່ນ, ກອງຫຼອນ; ໃນນີ້, ຍັງມີກຳລັງເພດຍິງຮ່ວມນຳເປັນຈຳນວນຫຼວງຫຼາຍ. ກອງທັບປະຊາຊົນລາວ ແມ່ນໄດ້ມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ.

ໂອກາດດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານພາຍໃນ ລບຄ ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດຂອງຕົນເຂົ້າໃນການເລືອກຕັ້ງຄັ້ງນີ້ໃຫ້ໄດ້ຮັບຜົນດີ ແລະ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ; ປະຊາທິປະໄຕ, ຖືກຕ້ອງຕາມລະ ບຽບກົດໝາຍ, ພ້ອມທັງປະ ຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ ຄື: ຜູ້ມີສິດປ່ອນບັດຕ້ອງຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງໃຫ້ໄດ້ຮ້ອຍສ່ວນຮ້ອຍ; ຮັບປະ ກັນບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ; ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພ ໃນວັນເລືອກຕັ້ງຮ້ອຍສ່ວນຮ້ອຍ.