ກອງພັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020 ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2021 ໃນວັນທີ 5 ກຸມພາ 2021; ໂດຍການເປັນປະທານຂອງ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າກອງພັນເຄື່ອນທີ່, ມີ ພັທ ປອ ບຸນຊູ ສຸລິນັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຄະນະພັກ-ຄະນະກອງພັນ, ແຂກຮັບເຊີນຈາກຫ້ອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ບຸນອ້ອມ ຄຳວົງສາ ຮອງຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ ໃຫ້ຮູ້ວ່າ: 1 ປີຜ່ານມາ, ຄະນະພັກ-ຄະນະກອງພັນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ແກ່ຖັນແຖວສຳມະຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບໃນກອງຮ້ອຍເລົ່າລົບ ເພື່ອຄົ້ນຄວ້າເຊື່ອມຊຶມມະຕິ, ຄຳສັ່ງ ແລະ ເອກະສານທີ່ສຳຄັນຕ່າງໆ; ນອກນັ້ນ, ກໍໄດ້ສຸມໃສ່ເຮັດວຽກງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້ ໂດຍສະເພາະວຽກງານປ້ອງກັນງານສຳຄັນຕ່າງໆຂອງພັກ, ຂອງວຽກງານເຄື່ອນໄຫວລາດຕະເວນຕາມຈຸດຫຼໍ່ແຫຼມ ເຊິ່ງປີ 2020 ໄດ້ນຳຕົວຜູ້ກະທຳຜິດຕໍ່ລະບຽບບ້ານເມືອງ, ມົ້ວສຸມ, ແລ່ນລົດໄວໃຊ້ສຽງດັງມາສຶກສາອົບຮົມ ຈໍານວນ 191 ຄົນ ຍິງ 13 ຄົນ; ປ້ອງກັນກອງປະຊຸມ ແລະ ແຂກພາຍໃນ ຈຳນວນ 5 ຄັ້ງ ມີ 68 ແຮງງານ, ລົງປ້ອງກັນສຳນັກງານ, ຜູ້ນຳພັກ-ລັດ ມີ 25 ຄັ້ງ, ມີ 58 ແຮງງານ, ໄດ້ລົງຕິດຕາມກວດກາການປະຕິບັດໜ້າທີ່ຂອງອ້າຍ-ນ້ອງແຕ່ລະຈຸດ ຈຳນວນ 10 ຄັ້ງ ມີ 32 ແຮງງານ, ໄດ້ປ້ອງກັນການເຄື່ອນຍ້າຍວັດຖຸ ຈຳນວນ 184 ຄັ້ງ, ມີ 184 ແຮງງານ; ປ້ອງກັນການສ້ອມແປງຕູ້ເອທີເອັມ ຈຳນວນ 284 ຄັ້ງ, ມີ 284 ແຮງງານ ແລະອື່ນໆ ຕໍ່ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຕ່າງໜ້າໃຫ້ແຕ່ລະເລົ່າລົບຂຶ້ນປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຖືກ ຕ້ອງ ແລະ ສອດຄ່ອງ.