ວັນທີ 9 ກຸມພາ 2021, ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ມອບລົດຈັກຮອນດ້າເວບ ທີ່ເກັບກູ້ໄດ້ໃນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດ ຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊ, ເຊິ່ງມອບໂດຍ ພັຕ ທະນູ ບຸນຜາສຸກ ຫົວໜ້າກອງຈະລາຈອນ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ແລະ ຮັບໂດຍ ນາງ ຕຸ່ນ ຢູ່ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຈົ້າຂອງລົດຈັກຄັນດັ່ງກ່າວ, ເຊິ່ງມີພະນັກງານ ແລະ ພາກສ່ວນທີກ່ຽວຂ້ອງ ເຂົ້າຮ່ວມ.

ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາ ໄຊ ໃຫ້ຮູ້ວ່າ:

ລົດຈັກທີ່ນໍາມາມອບໃນຄັ້ງນີ້ ແມ່ນເກັບກູ້ມາໄດ້ຈາກການປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດ ຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊ, ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 14 ທັນວາ 2020 ຫາ 11 ມັງກອນ 2021.

ໃນນັ້ນ, ຄະນະຮັບຜິດຊອບ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈາລະຈອນ ຢູ່ບັນດາໂຮງຮຽນພາຍໃນເມືອງ, ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນຕາມທ້ອງຖະໜົນ, ລົງຕັ້ງຈຸດກວດກາຕາມເສັ້ນທາງທີ່ມີຄວາມສ່ຽງມັກເກີດອຸບັດຕິເຫດ ເພື່ອຕິດຕາມກວດກາບັນດາເອກະສານລົດ, ໃບອະນຸຍາດຂັບຂີ່, ກວດກາສະພາບເຕັກນິກລົດ ແລະ ສຶກສາອົບຮົມກ່າວເຕືອນຜູ້ລະເມີດກົດລະບຽບຈະລາຈອນ.

ໃນເວລາຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ພົບເຫັນລົດຈັກຮອນດາເວບຮ້ອຍ ສີຟ້າດໍາ ບໍ່ມີເອກະສານ, ຈຶ່ງໄດ້ກັກໄວ້ເພື່ອກວດກາ ສ່ວນຜູ້ຂັບຂີ່ລົດຈັກຄັນດັ່ງກ່າວແມ່ນໄດ້ຂໍໄປເອົາເອກະສານລົດຢູ່ເຮືອນ ເພື່ອມາຢັ້ງຢືນເອົາລົດແລ້ວກໍບໍ່ກັບມາອີກເລີຍ.

ພາຍຫຼັງກວດກາເລກຈັກ-ເລກຖັງ ຈຶ່ງຮູ້ວ່າ: ລົດຄັນດັ່ງກ່າວ ໝາຍເລກທະບຽນ ຈຄ 5845 ແຂວງບໍລິຄໍາໄຊ ອອກຊື່ ນາງ ດອກຄູນ ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ຖືກຄົນຮ້າຍລັກໄປ; ເຈົ້າໜ້າທີ່ ຈຶ່ງນໍາມາຮັກສາໄວ້ຢູ່ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລ້ວປະສານຫາເຈົ້າຂອງລົດຄັນດັ່ງກ່າວ ໃຫ້ນໍາເອົາເອກະສານລົດມາຢັ້ງຢືນເອົາລົດຈັກຄືນ.

ໂອກາດດັ່ງກ່າວ, ພັຕ ທະນູບຸນຜາສຸກ ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງຍົກສູງສະຕິໃນການປົກປັກຮັກສາ, ຄຸ້ມຄອງພາຫະນະຊັບສິນຂອງຕົນ ເປັນຕົ້ນແມ່ນ: ໃນເວລາຈອດລົດຈັກຕາມສະຖານທີ່ສາທາລະນະ ແມ່ນໃຫ້ລ໋ອກຄໍ, ໃສ່ໂຊ້ ເພື່ອເປັນການປ້ອງກັນພວກກຸ່ມຄົນທີ່ບໍ່ຫວັງດີສວຍໃຊ້ໂອກາດໃນການກໍ່ເຫດລັກຊັບໄປໄດ້ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ກັບເຈົ້າໜ້າທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.