ຄ້າຍຄຸມຂັງ-ດັດສ້າງຜ້າແດງ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງຕໍາຫຼວດຄຸມຂັງ-ດັດສ້າງ ຄົບຮອບ 57 ປີ (9 ກຸມພາ 1964-9 ກຸມພາ 2021) ໃນວັນທີ 9 ກຸມພາ 2021; ປາຖະກະຖາໂດຍ ພັທ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີ ພັທ ບຸນປອນ ອິນສີຊຽງໄໝ່ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ມີຕາງໜ້າຫ້ອງ ພ້ອມແຂກຮັບເຊີນ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ອິນປັນ ຍາດຕິວົງ ໄດ້ຫວນຄືນມູມເຊື້ອປະຫວັດ, ຄວາມເປັນມາ, ແຫຼ່ງກໍາເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກຳລັງຕຳຫຼວດຄຸມຂັງ-ດັດສ້າງ, ເຫັນໄດ້ວ່າພະນັກງານເລົ່າຮົບວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງຢ່າງເຂັ້ມແຂງໃນວຽກງານຄຸມຂັງ-ດັດສ້າງ, ການເຕີບໃຫ່ຍ ແລະ ຂະຫຍາຍຕົວຂອງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ; ໃນໄລຍະປີ 1964-1975, ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ກຳເນີດຂຶ້ນທີ່ຖ້ຳກ້ອງ, ບ້ານເອີ້ນ, ຕາແສງຊຽງລວງ ເຊິ່ງເປັນທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນ, ເປັນແຫ່ງທຳອິດຂອງກຳລັງປ້ອງກັນຄວາມສະຫງົບສູນກາງ, ໄດ້ເຮັດໃຫ້ສຳນັກງານ-ອົງການແລະ ທ້ອງຖິ່ນຮາກຖານບ້ານໃຫ້ມີຄວາມສະຫງົບ; ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຂຶ້ນ ແລະ ເຮັດໃຫ້ຕຳຫຼວດຄ້າຍຄຸມຂັງ-ດັດສ້າງນັບມື້ນັບເຕີບໃຫ່ຍຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ ເຊິ່ງສະແດງອອກໃຫ້ເຫັນເຖິງຄວາມເປັນລະບຽບຮ້ອຍທາງສັງຄົມ ແລະ ຮັບປະກັນໄດ້ເຖິງຄວາມສະຫງົບໄດ້100%.