ກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວແຂວງໄຊຍະບູລີ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2021, ເປັນປະທານໂດຍ ພຣະຫຼັກຄໍາ ໄຊຍະບູຣິນສຸເມທາຈານ ເຈົ້າຄະນະອົງການພຸດທະສາສະໜາ ແຂວງໄຊຍະບູລີ; ເຂົ້າຮ່ວມມີ ພຣະຫຼັກແກ້ວ ມະຫາສຸເມທາທິບໍດີ ຮັກສາການປະທານອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ; ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາການນໍາຈາກພະ ແນກການອ້ອມຂ້າງແຂວງ, ມີພະນັກງານບໍານານ, ຜູ້ຊົງຄຸນວຸດທິ ແລະ ຜູ້ແທນສົມບູນ ທີ່ເປັນຕົວ ແທນໃຫ້ພຣະສົງສຳມະເນນໃນທົ່ວແຂວງໄຊຍະບູລີ.

ໃນກອງປະຊຸມ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ກຽດຂຶ້ນໄຕ້ທຽນໄຫວ້ພຣະຣັຕຕະນະໄຕຣ ແລະ ລັ່ນຄ້ອງ 3 ບາດ. ຈາກ ນັ້ນ, ພຣະຫຼັກຄໍາ ພັດທະຣະສານນັນທິ (ສົມພອນ ຄໍາຈະເລີນ) ຮອງເຈົ້າຄະນະ ອພສ ແຂວງ ໄດ້ຂຶ້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຂອງ ອພສ ແຂວງ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຊິ່ງໄດ້ກ່າວວ່າ: ທົ່ວແຂວງ ໄຊຍະບູລີ ມີພຣະສົງ-ສຳມະເນນທັງໝົດ 1.615 ອົງ, ໃນນັ້ນ: ພຣະພິຂຸ 320 ອົງ, ສຳມະເນນ 1.295 ອົງ, ແມ່ຂາວ 23 ຕົນ, ມີວັດ 336 ວັດ, ໃນນີ້: ວັດທີ່ມີພຣະສົງປະຈໍາຢູ່ 262 ວັດ ແລະ ວັດທີ່ບໍ່ມີພຣະສົງປະຈໍາ 74 ວັດ, ຕະຫຼອດໄລຍະ 5 ປີຜ່ານມາຄະນະ ອພສ ຂັ້ນຕ່າງໆແມ່ນໄດ້ເອົາໃຈໃສ່ຂົນຂວາຍ, ເຕົ້າໂຮມຄວາມສາມັກຄີລະຫວ່າງ ສຳມະນະເພດ, ພຸດທະສາສະນະກະຊົນແລະ ປະຊາຊົນບັນດາເຜົ່າ, ໄດ້ເຄື່ອນໄຫວເທດສະໜາເຜີຍແຜ່ສິລະທັມໃຫ້ແກ່ອອກຕົນຍາດໂຍມດ້ວຍຫຼາຍຮູບແບບ ເຊັ່ນ: ເທດສະໜາຢູ່ຕາມວັດ, ບ້ານ ເຮືອນ, ໂຮງຮຽນ ແລະ ສະຖານທີ່ຂຸມຂັງດັດສ້າງ ໃຫ້ມີລະບຽບວິໄນ, ຍຶດຖືຫຼັກສິນທັມໃນການດໍາລົງຊີວິດ ຕິດພັນກັບນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະສ້າງຄວາມສາມັກຄີເຊິ່ງກັນແລະກັນ ໂດຍຈຸດປະສົງເພື່ອແນໃສ່ໃຫ້ຜູ້ຟັງຮຽນຮູ້ໃນຫຼັກທັມຂອງພຣະພຸດທະເຈົ້າ ເຊິ່ງສາມາດນໍາໃຊ້ເຂົ້າໃນຊີວິດປະຈໍາວັນຂອງແຕ່ລະຄົນ, ເຮັດໃຫ້ຊີວິດມີຄວາມຜາສຸກ, ປາສະຈາກໂທດ, ສັງຄົມມີຄວາມສະຫງົບ, ຮູ້ຈັກບາບ-ບຸນຄຸນໂທດ, ພ້ອມດຽວ ກັນກໍ່ໄດ້ເອົາໃຈໃສ່ກໍ່ສ້າງ, ບູລະ ນະປະຕິສັງຂອນ ແລະ ປົກປັກຮັກສາວັດວາອາຮາມ, ເຮັດໃຫ້ວັດມີຄວາມຮຸ່ງເຮືອງສີວິໄລ, ເປັນທີ່ເຄົາຣົບສັກກາລະຂອງຊາວພຸດທົ່ວໜ້າ.

ກອງປະຊຸມໄດ້ມີການປະກອບຄໍາຄິດ-ຄໍາເຫັນຈາກ ອພສ ແຕ່ລະເມືອງ, ພະແນກການອ້ອມຂ້າງແຂວງ ແລະ ໄດ້ຮັບຮອງເອົາ ຄະນະບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວຊຸດໃໝ່ຈໍານວນ 21 ອົງ; ຮັບຮອງເອົາການແຕ່ງຕັ້ງຄະນະປະທານບໍລິຫານງານອົງການພຸດທະສາສະ ໜາ 5 ອົງ, ໂດຍເລືອກເອົາ ພຣະຫຼັກຄໍາ ໄຊຍະບູຣິນສຸເມທາຈານ (ປທ ບຸນທຽນ ພຸດທະວະໂຣ) ເປັນເຈົ້າຄະນະ ອພສ ແຂວງໄຊຍະບູລີ ຊຸດໃໝ່.