ໃນຕົ້ນເດືອນກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແຂວງອຸດົມໄຊ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດພື້ນທີ່ລັກລອບປູກຝິ່ນທີ່ເມືອງໄຊ ແຂວງອຸດົມໄຊ ພົບເນື້ອທີ່ລວມ 31 ກວ່າເຮັກຕາ ແລະ ໄດ້ທໍາລາຍຖິ້ມເປັນທີ່ຮຽບຮ້ອຍ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ໃນການສະກັດກັ້ນການລັກລອບປູກຝິ່ນ, ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງໄດ້ສຸມໃສ່ໂຄສະນາໃຫ້ພໍ່-ແມ່ປະຊາຊົນເຂົ້າໃຈກ່ຽວກັນການລັກລອບປູກຝິ່ນ ເນື່ອງຈາກວ່າເປັນການກະທຳຜິດຕໍ່ລະບຽບກົດໝາຍ. ພ້ອມທັງສຸມໃສ່ກວດກາພື້ນທີ່ຕ່າງໆ. ໃນນີ້, ຢູ່ເຂດເມືອງໄຊ ແຂວງອຸດົມໄຊ ພົບເຫັນການລັກລອບປູກຝິ່ນຂອງພໍ່-ແມ່ປະຊາຊົນຢູ່ 4 ເຂດ ຄື: ເຂດຫົວນໍ້າບາກ ມີບ້ານແສນສຸວັນ, ບ້ານຫົວນໍ້າບາກ ແລະ ບ້ານແສນລາດ ມີ 9 ຄອບຄົວ, ເຂດຫົວນໍ້າງາ ມີບ້ານຢ້າວໃຫຍ່ ແລະ ບ້ານລາວວ້າ ມີ 27 ຄອບຄົວ; ເຂດນາຮ້ວງມີບ້ານຫ້ວຍໝອກ ແລະ ບ້ານວັງຍານ ມີ 4 ຄອບຄົວ ແລະ ເຂດບ້ານນາງາມ ມີ 2 ຄອບຄົວ ລວມເນື້ອທີ່ລັກລອບປູກຝິ່ນທັງໝົດ 43 ຕອນ ຈໍານວນ 31,68 ເຮັກຕາ.

ນອກນັ້ນ, ໃນລະຫວ່າງວັນທີ 20-26 ມັງກອນ 2021, ປກສ ເມືອງນາແລ ແຂວງຫຼວງນ້ຳທາ ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ເຂດບ້ານຕະກຸ, ບ້ານຕະລຸຍ ຈໍານວນ 12,7 ເຮັກ ຕາ. ໂດຍການນໍາພາຂອງ ພັທ ສີເພັດເດີວັນອອມ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງ, ມີກອງບັນຊາການທະຫານເມືອງ, ປກສ ກຸ່ມບ້ານຕະເຄີງ, ຫ້ອງການຊາວໜຸ່ມ, ແນວລາວສ້າງຊາດ, ຖະແຫຼງຂ່າວ ແລະ ວັດທະນາທໍາເມືອງ ພ້ອມດ້ວຍການປົກຄອງບ້ານທັງ 2 ບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງທໍາລາຍເນື້ອທີ່ສວນຝິ່ນຢູ່ 2 ແຂວງ ຄັ້ງນີ້ດ້ວຍການຖາງ, ຫຼົກຕົ້ນອ່ອນຖິ້ມ, ໃຊ້ໄມ້ຟາດຕົ້ນຝິ່ນທີ່ພວມອອກດອກ ແລະ ເປັນໝາກ ບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ນໍ້າຢາງຝິ່ນ ແລະ ນໍາເອົາແນວພັນຝິ່ນໄປປູກໄດ້. ພ້ອມທັງສ້າງບົດບັນທຶກກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນທີ່ມີການລັກລອບປູກຝິ່ນຢູ່ໃນຈຳນວນບ້ານດັ່ງກ່າວເພື່ອບໍ່ໃຫ້ມີການເຄື່ອນໄຫວລັກລອບປູກຝິ່ນຄືນໃໝ່.

ຈຸດປະສົງເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ຢຸດຕິການປູກຝິ່ນຫັນມາປູກຝັງລ້ຽງສັດໃຫ້ກາຍເປັນສິນຄ້າ, ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.