ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດທາງແຜນການ ປີ 2021 ຂອງກອງພັນ 511 ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2021; ເຊິ່ງໃນກອງປະຊຸມໄດ້ໃຫ້ຮູ້ວ່າ: ໃນປີ 2020, ກອງພັນ 511 ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ໄດ້ສູງເຖິງ 200 ກວ່າລ້ານກີບ.

ພັທ ຄຳມ່ວນ ຄວນວິຈິດ ຫົວໜ້າການເມືອງກອງພັນ 511 ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດມາໄດ້ໃນຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນ: ຄະນະພັກ-ຄະນະບັນຊາທຸກຂັ້ນໄດ້ເປັນເຈົ້າການເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດກັບບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ; ໂດຍຖືເອົາວຽກງານການສຶກສາອົບຮົມການເມືອງນຳພາ-ແນວຄິດເປັນກົກD

ພ້ອມນັ້ນ, ກໍຍັງໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານຕາມກຸ່ມບ້ານແບບມູນເຊື້ອ ໂດຍປະສານສົມທົບກັບ ອຳນາດການປົກຄອງແຕ່ລະທ້ອງຖິ່ນ ແລະ ກຳລັງ ປກຊ-ປກສ ແຕ່ລະພາກສ່ວນ ໂດຍເປັນເຈົ້າການສະກັດກັ້ນກຸ່ມຄົນບໍ່ດີ ເພື່ອຮັກສາຄວາມສະຫງົບປອດໄພພາຍໃນຂອບເຂດຮັບຜິດຊອບໄດ້ໂດຍພື້ນຖານ, ເອົາໃຈໃສ່ວຽກງານການອົບຮົມຫັດແອບປະຈຳປີເປັນສຳຄັນ ໂດຍສະເພາະແມ່ນ ຫັດແອບທາງດ້ານສິນລະປະຍຸດ-ຍຸດທະວິທີສ້າງຄວາມສຳນິຊຳນານ, ຄວາມຄ່ອງແຄ້ວໃຫ້ແກ່ພະນັກງານ-ນັກຮົບ ໂດຍເອົາຄຸນນະພາບເປັນຫຼັກ.

ສ່ວນວຽກງານການແກ້ໄຂຊີວິດການເປັນຢູ່ ແມ່ນໄດ້ອີງຕາມທ່າແຮງບົ່ມຊ້ອນຂອງກົມກອງ ໂດຍຖືເອົາການປູກການລ້ຽງເປັນຕົ້ນຕໍ ເພື່ອຮັບປະກັນຊີວິດການເປັນຢູ່ຂອງອ້າຍ-ນ້ອງ ພາຍໃນກົມກອງໃຫ້ດີຂຶ້ນເປັນກ້າວໆ; ເຊິ່ງໃນນັ້ນໄດ້ສຸມໃສ່ປູກພືດຜັກສວນຄົວຊະນິດຕ່າງໆ ໄດ້ 28.574 ກິໂລກຼາມ, ປູກຕົ້ນໄມ້ໃຫ້ໝາກ, ໄມ້ປະດັບ ແລະ ໄມ້ອຸດສາຫະກຳ ຈຳນວນ 157 ຕົ້ນ, ລ້ຽງງົວ ຈຳນວນ 20 ໂຕ, ໝູ 7 ໂຕ, ແບ້ 15 ໂຕ; ສັດປີກປະເພດເປັດ-ໄກ່ 563 ໂຕ, ລ້ຽງກົບ 1,800 ໂຕ, ໄດ້ປ່ອຍປາຈໍານວນ 1000 ໂຕ ແລະ ໄດ້ຮັບຈາກການບໍລິການຕ່າງໆຕື່ມອີກຈຳນວນໜຶ່ງ.

ສັງລວມແລ້ວ, ໃນໄລຍະ 1 ປີຜ່ານມາ ກອງພັນ 511 ທະຫານນະຄອນຫຼວງວຽງຈັນ ສາມາດສ້າງລາຍຮັບຈາກການປູກ, ການລ້ຽງ ແລະ ການບໍລິການຕ່າງໆໄດ້ທັງໝົດ 255.182.000 ກີບ/ຕໍ່ປີ.

ກອງປະຊຸມດັ່ງກ່າວ ເຂົ້າຮ່ວມໂດຍ ພັອ ບົວເງິນ ຫົງໄຂຄາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍ ແລະ ພົນທະຫານພາຍໃນກອງພັນ 511.