ໃນວັນທີ 9 ກຸມພາ 2021, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳ ປີ 2020 ແລະ ວາງທິດທາງແຜນ ການປະຈຳປີ 2021; ເປັນປະທານໂດຍ ພັທ ວິດາໄຊ ອາດທອງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ເຂົ້າຮ່ວມໂດຍ ພົຈວ ປອ ທອງ ເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນຫ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນປີຜ່ານມາ, ມີເອກະ ສານເຂົ້າ 908 ສະບັບ, ເອກະສານອອກ 1.077 ສະບັບ, ຈັດພິມເອກະສານຕ່າງໆ 1.764 ສະບັບ, ຂຽນໃບສັ່ງຈ່າຍປຶ້ມສຳ ມະໂນຄົວໃຫ້ບັນດາເມືອງ 1.051 ຫົວ, ຂຽນໃບສັ່ງຈ່າຍຄ່າ ບໍລິການບັດ 4.080 ບັດ, ບໍລິການກາປະທັບ 131 ຊຸດ, ຂຽນ ໃບສັ່ງຟອມບັດໃໝ່ 2.346 ຄົນ, ປ່ຽນໃໝ່ 234 ຄົນ; ບັດເສຍ ມີ 10 ບັດ, ຂຽນໃບສັ່ງຄ່າບໍລິການເອກະສານສຳມະໂນຄົວຍົກຍ້າຍໄປ-ມາຈາກຕ່າງ ແຂວງ ໄດ້ 30 ຊຸດ; ປັດຈຸບັນ, ທົ່ວແຂວງວຽງຈັນ ມີ 11 ຕົວເມືອງ, ມີ 424 ບ້ານ ມີ 58 ກຸ່ມ ມີ 5.522 ໜ່ວຍ, ມີ 86,831 ຫຼັງຄາເຮືອນ, ມີ 90,587 ຄອບຄົວ, ມີພົນລະ ເມືອງ ທັງໜົດ 474.863 ຄົນ, ຍິງ 240.523 ຄົນ, ໃນນີ້ຂຶ້ນສຳ ມະໂນຄົວແລ້ວ ມີ 85.544 ຄອບຄົວ, ມີ 461,750 ຄົນ ຍິງ 233.390 ຄົນ; ຍັງບໍ່ໄດ້ຂຶ້ນສຳມະໂນຄົວ ມີ 995 ຫຼັງຄາເຮືອນ, ມີ 1.043 ຄອບຄົວ ມີ 13.113 ຄົນ ຍິງ 7.133 ຄົນ; ປີ 2020, ສາມາດປະກາດບ້ານປ້ອງກັນຄວາມສະຫງົບດີໄດ້ 20 ບ້ານມີ 2.708 ຄອບຄົວ, ປັດຈຸບັນທົ່ວ ແຂວງຮັບຮອງແລ້ວ 257 ບ້ານ ມີ 47.931 ຄອບຄົວ; ເກັບກໍາສະຖິຕິພົນລະເມືອງເພື່ອເຂົ້າ ຖານຂໍ້ມູນສໍາມະໂນຄົວລະບົບ ທັນສະໄໝໄດ້ 10 ບ້ານ ມີ 2.362 ຄອບຄົວ, ມີ 12.576 ຄົນ ຍິງ 6.325 ຄົນ ແລະ ວຽກງານວິຊາສະເພາະອື່ນໆກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ; ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະບັນ ຊາຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຍັງໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບທີ່ຢູ່ໃນຄວາມຮັບຜິດຊອບຢ່າງຕັ້ງໜ້າ ເພື່ອໃຫ້ພະນັກງານ-ນັກຮົບມີ ແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ.

ພ້ອມນັ້ນ, ກໍໄດ້ວາງຄາດ ໝາຍສູ້ຊົນປີ 2021 ນີ້ ໂດຍ ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດ ໝາຍ, 1 ແຜນງານໃຫຍ່ ແລະ ໂຄງການຕ່າງໆທີ່ກະຊວງປ້ອງ ກັນຄວາມສະຫງົບວາງອອກ ໃຫ້ສຳເລັດຜົນຕາມຄາດໝາຍທີ່ ວາງໄວ້.