ໃນວັນທີ 9 ກຸມພາ 2021, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 57 ປີ (9 ກຸມພາ 1964 -9 ກຸມພາ 2021) ແລະ ເປີດນໍາໃຊ້ຫ້ອງການຄ້າຍຄຸມຂັງ-ດັດສ້າງ ( ຫຼັກ 4 ) ຫຼັງໃໝ່; ໂດຍການເປັນປະທານຂອງ ພົຈວ ສົມໄຊ ຈັນ ທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ເຂົ້າຮ່ວມຂອງ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງ ນໍ້າທາ, ມີຫົວໜ້າຄະນະຄ້າຍ, ຫົວໜ້າ ຄະນະຫ້ອງ, ພ້ອມດ້ວຍພະນັກງານ- ນັກຮົບພາຍໃນຄ້າຍ ເຂົ້າຮ່ວມ.

ພັຕ ວັນໄຊ ໄຊວັນທາ ຮອງຫົວໜ້າ ຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 538/ປກສ ຫຼທ, ລົງວັນທີ 8 ກຸມພາ 2021 ວ່າດ້ວຍ ການອະນຸມັດໃຫ້ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຕໍາຫຼວດຄຸມຂັງ-ດັດສ້າງ ຄົບຮອບ 57 ປີ (9 ກຸມພາ 1964-9 ກຸມ ພາ 2021) ແລະ ເປີດນຳໃຊ້ຫ້ອງການ ຄ້າຍຄຸມຂັງ-ດັດສ້າງ (ຫຼັກ 4) ຫຼັງໃໝ່; ມີຂະໜາດ 8×12 m, ມີ 1 ຫ້ອງປະຊຸມ, 8 ຫ້ອງເຮັດວຽກ ແລະ 2 ຫ້ອງ ນໍ້າໃນ; ເປັນຕຶກອາຄານຊັ້ນດຽວຖາວອນ, ເສົາຖອກດ້ວຍ ເບຕົງເສີມເຫຼັກ; ກໍ່ດ້ວຍດີນຈີ່, ມຸງດ້ວຍກະເບື້ອງ ເຊິ່ງເລີ່ມລົງມືກໍ່ສ້າງແຕ່ທ້າຍປີ 2018- ວັນທີ 6 ກຸມພາ 2021 ໄດ້ສຳເລັດ 100% ເຊິ່ງໃຊ້ງົບປະມານກໍ່ສ້າງທັງ ໝົດ 1.99.078.000 ກີບ; ໃນນີ້, ກອງບັນຊາການ ປກສ ແຂວງ ຊ່ວຍ 100.000.000 ກີບ, ຄ້າຍຄຸມຂັງ 99.087. 000 ກີບ ເຊິ່ງເປັນລາຍຮັບຈາກການ ປູກຝັງ, ລ້ຽງສັດຂອງຄ້າຍ.

ຕອນທ້າຍພິທີ, ພົຈວ ສົມໄຊ ຈັນທະວົງ, ທ່ານ ຫຼ້າປະເສີດ ສີປະເສີດ ແລະ ພັທ ຫຸມພັນ ເຮືອງວົງສາ ໄດ້ໃຫ້ກຽດຕັດແທບຜ້າເປີດພິທີການນຳໃຊ້ ຫ້ອງການຫຼັງໃໝ່ຢ່າງເປັນທາງການ.