ເຫດການຕໍ່ໄປນີ້ເຊື່ອແນ່ວ່າຫຼາຍໆຄົນຄົງຮູ້ດີ ແລະ ຍັງເຊື່ອອີກວ່າ ຄວາມເຂົ້າໃຈຕໍ່ເຫດການດັ່ງກ່າວແຕກກັນໄປຕາມແຕ່ລະທັດສະນະ. ໃນ 13 ກຸມພາ 2021, ໄດ້ເກີດເຫດຍິງກັນເສຍຊີວິດຢ່າງປ່າເຖື່ອນຢູ່ກາງໄຮ່ ເຂດບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ. ຈາກເຫດການດັ່ງກ່າວ, ມີບາງສື່ອອນລາຍໂດຍສະເພາະໜ້າເຟສບຸກບາງອັນ ເອື່ອຍອີງໃສ່ແຕ່ພາບຖ່າຍ ແລະ ວິດີໂອທີ່ຖືກເຜີຍແຜ່ຜ່ານສື່ສັງຄົມອອນລາຍພຽງຢ່າງດຽວ ແລ້ວວິເຄາະ, ວິໄຈ, ສະຫຼຸບຕີຄວາມເຫດການໄປຕ່າງໆນາໆ ພ້ອມທັງຕັ້ງປະເດັນຂໍຄວາມເຫັນດີຈາກສັງຄົມກ່ຽວກັບການວາງໂທດປະຫານຊີວິດໃສ່ຜູ້ກໍ່ເຫດນໍາອີກ.

ຕໍ່ກັບບັນຫານີ້, ຫຼາຍຄົນຍັງຕັ້ງຂໍ້ສົງໄສເຖິງຄວາມເປັນຈິງຂອງເຫດການດັ່ງກ່າວວ່າ ມັນເປັນມາຄືແນວໃດ? ສະນັ້ນ, ພວກຈະນໍາສະເໜີຜົນການສອບສວນຂອງ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ກ່ຽວກັບເຫດການດັ່ງກ່າວໂດຍສັງເຂບ ດັ່ງຕໍ່ໄປນີ້:

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ສີພອນ ລີ ຫຼື ນໍ່ຈາລີ ອາຍຸ 41 ປີ ອາຊີບເຮັດສວນ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ. ພາຍຫຼັງກໍ່ເຫດ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວມາດໍາເນີນການສອບສວນ ເຊິ່ງໄດ້ໃຫ້ການວ່າ: ໄລຍະຜ່ານມາ, ຄອບຄົວຂອງຕົນເອງກັບຄອບຄົວ ທ້າວ ສົມເພັດ ຫຼື ຈົງຮຶຢາ ອາຍຸ 40 ປີ ຄົນບ້ານດຽວກັນ (ຜູ້ເສຍຊີວິດ) ບໍ່ເຄີຍມີເລື່ອງຜິດຖຽງກັນມາກ່ອນ. ມາຮອດໄລຍະເດືອນ 12 ປີ 2020, ທັງສອງຄອບຄົວໄດ້ພາກັນໄປເຮັດໄຮ່ຢູ່ເຂດບ້ານພູສະຫວັນ ເຊິ່ງເປັນດິນທີ່ທາງບ້ານຈັດສັນໃຫ້ເພື່ອທໍາການປູກຝັງ ໃນຂະນະທີ່ໄຮ່ຂອງສອງຄອບຄົວນີ້ມີແດນຕິດຈອດກັນ.

ມາຮອດວັນທີ 13 ກຸມພາ 2021 ເຊິ່ງເປັນມື້ເກີດເຫດ, ຄອບຄົວຂອງ ທ້າວ ສີພອນ ລີ ໄດ້ຖາງປ່າພ້ອມທັງຕັດເອົາໄມ້ນ້ອຍອອກຈາກໄຮ່ ໂດຍຮັກສາຕົ້ນໄມ້ໃຫຍ່ໄວ້, ແຕ່ວ່າ ທ້າວ ສົມເພັດ ຫຼື ຈົງຮືຢາ ຄົນບ້ານດຽວທີ່ເຮັດໄຮ່ຕິດກັນ ໄດ້ເອົາຈັກສະຕິນມາລັກຕັດເອົາຕົ້ນໄມ້ໃຫຍ່ຢູ່ເຂດດິນໄຮ່ຂອງຜູ້ກ່ຽວ. ເບື້ອງຕົ້ນ, ທ້າວ ສີພອນ ລີ ໄດ້ກ່າວຫ້າມແລ້ວ ແຕ່ ທ້າວ ສົມເພັດ ກໍຍັງບໍ່ຢຸດເຊົາ; ຈຶ່ງມີການຜິດຖຽງກັນຢ່າງແຮງ ແລະ ທ້າວ ສົມເພັດ ໄດ້ທ້າທາຍກັນວ່າ: “ມີປືນແກັບແຕ່ບໍ່ກ້າຍິງ, ຖ້າບໍ່ຍິງສະແດງວ່າ ບໍ່ແມ່ນລູກຜູ້ຊາຍ”.

ຈາກນັ້ນ, ທ້າວ ສີພອນ ລີ ຈຶ່ງໄດ້ມີແນວຄິດຄຽດແຄ້ນ ແລະ ໃນຂະນະນັ້ນ ຜູ້ກ່ຽວມີປືນແກັບ 2 ກະບອກ; ຈຶ່ງໄດ້ເອົາປືນແກັບກະບອກຍາວ ຍິງໃສ່ຄູ່ກໍລະນີ 1 ບາດ ຖືກບໍລິເວນໃບໜ້າ ແຕ່ຍັງບໍ່ເສຍຊີວິດເທື່ອ. ທັນທີທີ່ໄດ້ຍິນມີສຽງປືນແຕກ, ນາງ ເປົ່າວາ (ເມຍຜູ້ເສຍຊີວິດ) ໄດ້ເຂົ້າມາຫ້າມ ແລະ ອຸ້ມເອົາ ທ້າວ ສົມເພັດ ລຸກນັ່ງ. ຈາກນັ້ນ, ທ້າວ ສີພອນ ລີ ຈຶ່ງໄດ້ຍ່າງເຂົ້າໄປຫາແລ້ວສັ່ງໃຫ້ທຸກຄົນອອກໜີໄປໃຫ້ໄກ, ຖ້າບໍ່ໜີຈະຍິງໃຫ້ຕາຍໝົດ. ໃນຂະນະນັ້ນ, ທ້າວ ເຢັງລີ ລູກຊາຍຂອງ ທ້າວ ສີພອນ ລີ ຜູ້ທີ່ຢູ່ໃນເຫດການໄດ້ພະຍາຍາມດຶງເອົາ ນາງ ເປົ່າວາ ອອກ.

“ຕົນກໍໄດ້ສືບຕໍ່ໃຊ້ປືນແກັບກະບອກສັ້ນ ຍິງໃສ່ເອີກເບື້ອງຊ້າຍ [ຂອງ ທ້າວ ສົມເພັດ] ຕື່ມອີກ 1 ບາດ ເສຍຊີວິດຄາທີ່ ແລ້ວຂ້ຽວຍ່າງໜີ.  ຈາກນັ້ນ, ທ້າວ ເຢັງລີ ໄດ້ເຂົ້າມາຍາດປືນແກັບໄປໄວ້ຢູ່ຖຽງໄຮ່ ກ່ອນທີ່ຈະຖືກຈັບຕົວເອົາໄວ້”, ທ້າວ ສີພອນ ລີ ໃຫ້ການ.

ທ້າວ ເຢັງລີ ອາຍຸ 20 ປີ, ລູກຊາຍ ທ້າວ ສີພອນ ລີ ຜູ້ທີ່ຢູ່ໃນເຫດການໄດ້ໃຫ້ການວ່າ:

ໃນວັນເກີດເຫດໄດ້ໄປຕັດໄມ້ຖາງໄຮ່ກັບຄອບຄົວຢູ່ເຂດບ້ານພູສະຫວັນ. ເມື່ອໄປຮອດໄຮ່ໄດ້ພົບເຫັນ ທ້າວ ສົມເພັດ ໃຊ້ຈັກສະຕິນມາລັກຕັດເອົາຕົ້ນໄມ້ໃຫຍ່ຢູ່ເຂດດິນໄຮ່. ຈາກນັ້ນ, ຕົນເອງໄດ້ໄປບອກຜູ້ເປັນພໍ່ມາເບິ່ງ ແລ້ວທັງສອງໄດ້ເກີດມີການຜິດຖຽງກັນຢ່າງຮຸນແຮງ.

ຕົນເອງຈຶ່ງໄດ້ຢ່າງໜີມາຢູ່ເທິງໄຮ່ ຢູ່ໄດ້ປະມານ 20 ນາທີ ຈຶ່ງໄດ້ຍິນສຽງປືນແກັບດັງຂຶ້ນ 1 ບາດ, ຈຶ່ງຍ່າງລົງມາເບິ່ງເຫັນພໍ່ໃຊ້ປືນແກັບກະບອກຍາວຍິງ ທ້າວ ສົມເພັດ ແຕ່ຍັງບໍ່ເສຍຊີວິດ. ເວລານັ້ນ ພໍ່ບອກໃຫ້ຕົນ ແລະ ນາງ ເປົ່າວາ ເມຍຂອງ ທ້າວ ສົມເພັດ ໜີຈາກຈຸດເກີດເຫດ, ຖ້າບໍ່ໜີຈະໃຊ້ປືນແກັບຍິງໃຫ້ຕາຍໝົດ. ພາຍຫຼັງໄດ້ຍິນພໍ່ເວົ້າຄືແນວນັ້ນ ຕົນເຂົ້າໄປດຶງເອົາ ນາງ ເປົ່າວາ ອອກຈາກບ່ອນນັ້ນ ແລ້ວພໍ່ກໍເຂົ້າໄປຫາ ທ້າວ ສົມເພັດ ແລ້ວໄດ້ໃຊ້ປືບແກັບກະບອກສັ້ນຍິງໃສ່ 1 ບາດ ເຮັດໃຫ້ເສຍຊີວິດຄາທີ່.

ພວກເຮົາຮັບຮູ້ແລ້ວວ່າ: ການເຮັດໃຫ້ຜູ້ອື່ນເສຍໃຈຊີວິດໂດຍເຈດຕະນາ ຖືເປັນຄວາມຜິດທາງອາຍາຂັ້ນຮ້າຍແຮງ. ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງ ພວມສະຫຼຸບສໍານວນຄະດີ ເພື່ອສົ່ງໄອຍາການຟ້ອງສານຕັດສິນ. ສ່ວນວ່າການວາງໂທດໃສ່ ທ້າວ ສີພອນ ລີ, ລໍຖ້າເບິ່ງວ່າສານຈະວິນິດໄສຄະດີດັ່ງກ່າວ ແລະ ວາງໂທດຕໍ່ຜູ້ກ່ຽວຄືແນວໃດ ແລະ ຂໍໃຫ້ການດໍາເນີນຄະດີດັ່ງກ່າວ ດໍາເນີນໄປຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ.