ຫົວໜ້າ ປກສ ແຂວງສາລະວັນ ຊີ້ນໍາວຽກງານກໍ່ສ້າງຮາກຖານ ຢູ່ 5 ເມືອງ

0
979

ອາທິດ ທີ່ຜ່ານມາ, ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານກໍ່ສ້າງຮາກຖານຢູ່ ປກສ ເມືອງສາລະວັນ, ເລົ່າງາມ, ວາປີ, ລະຄອນເພັງ ແລະ ປກສ ເມືອງຄົງ ເຊໂດນ.

ໃນພິທີ,ທ່ານຫົວໜ້າ ປກສ ແຂວງສາລະວັນ ໄດ້ໃຫ້ເນັ້ນໃຫ້ພະນັກງານກໍ່ສ້າງຮາກຖານທັງ 5 ເມືອງ ຫັນເອົາເນື້ອໃນຈິດໃຈຂອງຂັ້ນເທິງລົງສູ່ປະຊາຊົນ, ສ້າງຄວາມສາມັກຄີຮັກແພງ ກັບປະຊາຊົນໃຫ້ມີຄວາມສອດຄ່ອງກົມກຽວຢ່າງສະໜິດແໜ້ນ, ຊຸກຍູ້ປະຊາຊົນໃຫ້ມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ. ຜັນຂະຫຍາຍມະຕິ, ຄໍາສັ່ງ, ຂໍ້ຕົກລົງ ແລະອື່ນໆ ໃຫ້ຮອດປະຊາຊົນຢ່າງແທ້ຈິ່ງ. ເອົາໃຈໃສ່ໃນການຂຶ້ນທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວ, ການສ້າງພະລາທິການກັບທີ່, ການແກ້ໄຂບັນຫາຢາເສບຕິດ, ຂີ້ລັກງັດແງະ,ກໍ່ອາລະວາດຕີກັນ,ຄ້າຂາຍເຖື່ອນ ແລະ ອື່ນໆໃຫ້ຫຼຸດລົງ. ຊອກຫາວິທີ ແລະ ສ່ອງທາງເຂົ້າໃນການສືກສາອົບຮົມກຸ່ມເປົ້າໜາຍ, ການຄຸ້ມຄອງພາຫະນະພິເສດ, ຕັ້ງໜ້າປະຕິບັດຜັນຂະຫຍາຍທິດທາງຮັກສາຄວາມສະຫງົບໃນເທດສະບານ, ຮັກສາຄວາມສະຫງົບໃນຊົນ ນະບົດ ແລະ ຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດມອບຄອມຜິວເຕີຕັ້ງໂຕະ ຈໍານວນ 5 ຊຸດ ໃຫ້ກອງກໍ່ສ້າງຮາກຖານ ປະຈໍາ 5 ເມືອງ ເພື່ອນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນໃຫ້ສະດວກ ແລະ ມີຜົນສໍາເລັດດີຂຶ້ນກວ່າເກົ່າ.