ແມ່ຍິງໂຮງຮຽນ ປກສ ຊັ້ນຕົ້ນບ້ານໄຮ່ປາກງື່ມ ສະຫຼຸບວຽກງານ 1 ປີ

0
756

ໜ່ວຍແມ່ຍິງໂຮງຮຽນ ປກສ ຊັ້ນຕົ້ນບ້ານໄຮ່ປາກງື່ມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຂຶ້ນໃນວັນທີ 2 ມີນາ ຜ່ານມາ, ໂດຍມີ ພັທ ນາງ ສິມມະລີ ພັນທາວົງ ປະທານສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ, ມີອໍານວຍການໂຮງຮຽນ, ພ້ອມດ້ວຍຫົວໜ້າໜ່ວຍແມ່ຍິງໂຮງຮຽນ, ຄູອາຈານ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.

ຮທ ນາງ ນັນທິດາ ພັນວົງສາ ຮອງຫົວໜ້າໜ່ວຍແມ່ຍິງໂຮງຮຽນ ປກສ ຊັ້ນຕົ້ນບ້ານໄຮ່ປາກງື່ມ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2020 ວ່າ: ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ສະມາຊິກເປັນປົກກະຕິຕາມການຊີ້ນໍາຂອງຄະນະອໍານວຍການ ເຮັດໃຫ້ສະມາຊິກສ່ວນຫຼາຍມີຄວາມອຸ່ນອຽນທຸ່ນທ່ຽງ, ມີແນວຄິດທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ຮູ້ເຄົາລົບຄູອາຈານ, ການຈັດຕັ້ງ,ປະຕິບັດກົດລະບຽບຂອງໂຮງຮຽນໄດ້ດີ,ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນແລະກັນ,ມີສະຕິຕຶ່ນຕົວຝືກຝົນຫຼໍ່ຫຼອມຕົນເອງປະກອບສ່ວນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ແລະ ກະຕຸກຊຸກຍູ້ໃຫ້ເອື້ອຍນ້ອງຕັ້ງໜ້າແຂ່ງຂັນກັນຈັດຕັ້ງປະຕິບັດລະບຽບວິໄນ,ຄົ້ນຄວ້າຮໍ່າຮຽນ, ຂຶ້ນຫ້ອງລົງຫ້ອງຕາມຊົ່ວໂມງສອນຢ່າງເຂັ້ມງວດ.

ຄຽງຄູ່ກັນນັ້ນ, ຄະນະໜ່ວຍ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກປະຕິບັດຂໍ້ແຂ່ງຂັນ 3 ດີຕາມການຊີ້ນໍາຂອງສະມຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ ກໍຄື ຄະນະອໍານວຍການໂຮງຮຽນໃຫ້ເປັນລະບົບ ໂດຍຖືເອົາການຄົ້ນຄວ້າຮໍ່າຮຽນ, ການປະຕິບັດລະບຽບວິໄນເປັນມາດຖານໃນການສໍາຫຼວດກວດກາຕີລາແບ່ງປະເພດບຸກຄົນ 3 ດີໃນແຕ່ລະໄລຍະ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນປະຈໍາເດືອນ,ໄຕມາດ.ໃນໄລຍະ 1 ປີຜ່ານມາ ຈັດແບ່ງປະເພດຂອງສະມາຊິກໄດ້ ຄື: 3 ດີ ປະເພດ I ມີ 76 ສະຫາຍ ເທົ່າກັບ 91,56% ,3 ດີປະເພດ II ມີ 7 ສະຫາຍ ເທົ່າກັບ 8,43%.

ທິດທາງແຜນການໃນປີ 202,1 ຄະນະໜ່ວຍຈະເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍຈະໄດ້ນໍາເອົາມູນເຊື້ອວັນສໍາຄັນຂອງພັກຂອງຊາດ, ລະບຽບ, ກົດໝາຍ, ບັນດານິຕິກໍາ, ຂໍ້ຕົກລົງ, ວຽກງານ 3 ດີ ມາຈັດຕັ້ງເຜີຍແຜ່ໃຫ້ສະມາຊິກແມ່ຍິງໄດ້ຮັບຮູ້ເຂົ້າໃຈຢ່າງຈະແຈ້ງ, ເອົາໃຈໃສ່ຕິດຕາມການຮຽນການສອນຂອງຄູອາຈານ, ນັກຮຽນໃນການຕັ້ງໃນຮໍ່າຮຽນ, ການຂຶ້ນຫ້ອງສິດສອນ, ການສ້າງກິດຈະກໍາ, ຄວາມດຸໝັ້ນໃນການອອກແຮງງານເພີ່ມພູນຜະລິດຜົນ, ການປະຕິບັດລະບຽບວິໄນຂອງໂຮງຮຽນໃຫ້ດີ.

ພາບ-ຂ່າວ: ພູເງິນ ພຸດທະວົງ