ໃນວັນທີ 3 ມີນາ 2021, ທີມງານສ່ວຍສາອາກອນ ປະຈຳແຂວງ ແລະ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງຫຼວງນ້ຳທາ ນຳໂດຍ ທ່ານ ແສງຄຳ ສຸວັນລາສີ ຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະຈາກສອງພາກສ່ວນທີ່ກ່ຽວຂ້ອງ ລົງມາປຸກລະດົມ ແລະ ຊຸກຍູ້ການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2021 ທີ່ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ໂດຍການເຂົ້າຮ່ວມຂອງ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ກອງ, ຄ້າຍ, ລປພ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງບັນຊາການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ແສງຄຳ ສຸວັນລາສີ ກໍໄດ້ກ່າວກ່ຽວກັບຈຸດປະສົງໃນການເຄື່ອນໄຫວເຮັດວຽກຄັ້ງນີ້ ໂດຍປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍ ການເສຍຄ່າທຳນຽມທາງ ແລະ ລັດຖະບັນຍັດຂອງປະທານປະເທດ ເລກທີ 01/ສປປ, ລົງວັນທີ 8 ພຶດສະພາ 2007 ວ່າດ້ວຍ ພາສີທີ່ດິນ ແລະ ບັນດານິຕິກຳອື່ນໆ ເປັນຕົ້ນແມ່ນຄຳແນະນຳ, ແຈ້ງການຂອງກະຊວງການເງິນ ຂອງຫ້ອງວ່າການແຂວງ ກ່ຽວກັບການຈັດຕັ້ງປະຕິບັດຄ່າທຳນຽມທາງ ແລະ ພາສີທີ່ດິນ.

ເພື່ອເປັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ, ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ. ສະນັ້ນ, ສ່ວຍສາອາກອນ ປະຈຳແຂວງ ໄດ້ສົມທົບກັບ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງຫຼວງນ້ຳທາ ລົງມາເປີດຂະບວນການກ່ຽວກັບການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2021 ນີ້ຂຶ້ນ.

ພ້ອມດຽວກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບພາຍໃນ ແລະ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ຜູ້ທີ່ນຳໃຊ້ ຫຼື ເປັນເຈົ້າຂອງລົດ ປະຕິບັດຕາມທີ່ໄດ້ກຳນົດໃນລັດຖະບັນຍັດ ແມ່ນໃຫ້ມາແຈ້ງເສຍຄ່າທຳນຽມທາງ ປະຈຳປີ ຢູ່ທີ່ທະນາຄານ ຫຼື ຕົວແທນທີ່ໄດ້ຮັບມອບສິດ ເພາະໄລຍະເວລາຂອງການເສຍຄ່າທຳນຽມທາງແມ່ນ ເລີ່ມແຕ່ວັນທີ 1 ມັງກອນ-ວັນທີ 31 ມີນາ ຂອງທຸກໆປີ ຖ້າກາຍກຳນົດເວລາດັ່ງກ່າວ ແມ່ນຈະມີມາດຕະການປັບໃໝ, ສ່ວນໃບຕາດິນ ກໍເຊັ່ນດຽວກັນ.

ຖ້າຫາກບຸກຄົນໃດລະເມີດຈະຖືກປັບໃໝຄື: ແຈ້ງຊັກຊ້າ ປັບໃໝ 10% ຂອງພາສີທີ່ດິນໃນປີ, ເສຍບໍ່ຖືກຕ້ອງ ບໍ່ຄົບຖ້ວນ ປັບໃໝ 30% ຂອງພາສີທີ່ດິນໃນປີ, ບໍ່ຍອມເເຈ້ງປີທີ່ໜຶ່ງ ໃຫ້ເສຍພາສີທີ່ດິນຄືນພ້ອມ ປັບໃໝ 100% ຂອງຈຳນວນເງິນທີ່ຕ້ອງເສຍ, ປີທີສອງ ໃຫ້ເສຍພາສີທີ່ດິນຄືນພ້ອມ ປັບໃໝ 150% ຂອງຈໍານວນເງິນທີ່ຕ້ອງເສຍ, ປີທີສາມ ໃຫ້ເສຍພາສີທີ່ດິນຄືນພ້ອມ 200% ຂອງຈໍານວນເງິນທີ່ຕ້ອງເສຍ, ຖ້າບໍ່ເສຍສາມປີຕິດຕໍ່ກັນ ເເມ່ນຈະຖືກເສຍສິດນໍາໃຊ້ທີ່ດິນ ຕາມທີ່ກຳນົດໄວ້ໃນມາດຕາ 144 ຂອງກົດໝາຍວ່າດ້ວຍທີ່ດິນ.