ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບພະແນກອຸດ ສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ທຳລາຍສິນຄ້າປະເພດຜ້າປຽກເບບີ, ເຈວລ້າງມື ແລະ ສິນຄ້າປະເພດອື່ນໆ ທີ່ຜະລິດບໍ່ໄດ້ມາດຖານ ດ້ວຍການຂຸດຂຸມຝັງ ຢູ່ທີ່ສະຖານີບຳບັດຂີ້ເຫຼື້ອຍ ຫຼັກ 32 ໃນວັນທີ 3 ມີນາ 2021.

ພັທ ວັນເຮືອງ ຈັນທະພອນ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ກ່າວວ່າ: ພາຍຫຼັງເຈົ້າໜ້າທີ່ວິຊາສະເພາະໄດ້ເອົາໃຈໃສ່ຕິດຕາມກຸ່ມທີ່ສົ່ງສິນຄ້າປະເພດຜ້າປຽກ, ເຈວລ້າງມືບໍ່ໄດ້ມາດຖານ ທີ່ລັກລອບຜະລິດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ ໃຫ້ບັນດາຫ້າງຮ້ານ ແລະ ຮ້ານຄ້າຂາຍສົ່ງ-ຍ່ອຍ ຢູ່ນະຄອນຫຼວງວຽງຈັນ ເປັນເວລາ 3-4 ເດືອນ ຈຶ່ງສາມາດສືບຮູ້ບ່ອນຜະລິດຢູ່ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ກ່ອນນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນສະຖານທີ່ດັ່ງກ່າວ ພົບເຫັນເຄື່ອງມືຜະລິດ ແລະ ກຳມະກອນທີ່ເປັນຄົນຕ່າງປະເທດ ຈໍານວນ 3-4 ຄົນ ຈຶ່ງໄດ້ຢຶດເຄື່ອງສິນຄ້າຈໍານວນດັ່ງກ່າວໄວ້ ເພື່ອກວດກາຫາມາດຕະຖານການຜະລິດຂອງສິນຄ້າ; ຜ່ານການກວດກາພົບວ່າສິນຄ້າດັ່ງກ່າວ ແມ່ນບໍໄດ້ຜ່ານການອະນຸຍາດ ຈາກກົມອາຫານ ແລະ ຢາຂອງກະຊວງສາທາລະນະສຸກ; ດັ່ງນັ້ນ, ຄະນະ ພັກກົມໃຫຍ່ຕໍາຫຼວດ ຈຶ່ງອະນຸມັດໃຫ້ກົມຕໍາຫຼວດເສດຖະກິດ ນຳເອົາສິນຄ້າດັ່ງກ່າວມາທຳ ລາຍຖິ້ມ; ສ່ວນຜູ້ປະກອບການຜະລິດເຈົ້າໜ້າທີ່ໄດ້ດຳເນີນຕາມລະບຽບກົດໝາຍ.

ສິນຄ້າທີ່ນຳມາທຳລາຍຖິ້ມໃນຄັ້ງນີ້ ປະກອບມີ: ຜ້າປຽກ (ເບບີ້) ຈໍານວນ 115 ແກັດ ເທົ່າກັບ 5.750 ຖົງ, ສ່ວນປະກອບແຜ່ນຝາປິດຜ້າປຽກ ຈໍານວນ 29 ຖົງ, ຖົງຢາງບັນຈຸຜ້າປຽກ ຈໍານວນ 3 ເປົາ, ນໍ້າຢາຖູພື້ນກາ hoxnglavcnder ຈໍານວນ 10 ແກັດ, ນໍ້າຢາປັບຜ້ານຸ້ມ ກາ hoxng lavcnder ຈໍານວນ 3 ແກັດ, ແຈວລ້າງມື Anemones ຂະໜາດ 250 ມິລິລິດ ຈໍານວນ 25 ແກັດ, ແຈວລ້າງມື Anemones ຂະໜາດ 100 ມິລິລິດ ຈໍານວນ 25 ແກັດ, ແຈວ ລ້າງມື Anemones ຂະໜາດ 400 ມິລິລິດ ຈໍາ ນວນ 25 ແກັດ, ກ່ອງເປົ່າ ແລະ ຝາທີ່ຈະໃຊ້ ຮ່າຍສະເປີຂ້າເຊື້ອ ຈໍານວນ 2 ແກັດ.