ກອງບັນຊາການ ປກສ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ໃນວັນທີ 11 ມີນາ 2021 ໂດຍການເປັນປະທານຂອງ ພັທ ຄຳອອນ ອຸດົມສີງ ຫົວໜ້າກອງບັນຊາການ ປກສ ເມືອງ; ໂດຍມີ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ, ພັທ ຄຳສີງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຄະ ນະກອງບັນຊາການ ປກສ ເມືອງ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າກຸ່ມ-ຮອງກຸ່ມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ໄພວັນ ກຸນລະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນປີຜ່ານມາວ່າ: 1 ປີຜ່ານມາ, ມີຄະດີເກີດ ຂຶ້ນທັງໝົດ 83 ເລື່ອງ, ກັກຕ້ອງຫາໄດ້ 104 ຄົນ ຍິງ 4 ຄົນ; ສາມາດຢືດຂອງກາງຄະດີ ມີ: ຢາບ້າ 3.627 ເມັດ, ປືນແກັບ 3 ກະບອກ, ລົດຈັກ 7 ຄັນ; ໃນນີ້, ສາມາດ ມ້າງໄດ້ 73 ເລື່ອງ, ຍັງດຳເນີນຄະດີໃນປັດຈຸບັນ 10 ເລື່ອ, ມີອຸປະຕິເຫດເກີດຂຶ້ນທັງໝົດ 66 ຄັ້ງ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 67 ຄົນ ຍິງ 13 ຄົນ; ບາດເຈັບສົມຄວນ 15 ຄົນ, ບາດເຈັບສາຫັດ 10 ຄົນ ແລະ ເສຍຊີວິດ 8 ຄົນ, ພາຫະນະເປ່ເພທັງໝົດ 96 ຄັນ; ໃນນີ້, ເປເພ່ຫຼາຍ 53 ຄັນ, ເປ່ເພເຫຼັກໜ້ອຍ 37 ຄັນ ແລະ ໃຊ້ການບໍ່ໄດ້ 6 ຄັນ, ອັກຄີໄພເກີດຂື້ນ 1 ຄັ້ງ ມູນຄ່າເສຍຫາຍ 62.877.000 ກີບ ( ຫົກສີບສອງລ້ານ ແປດແສນ ເຈັດສີບເຈັດພັນກີບ ) ນອກນັ້ນ; ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຫັນລົງກໍ່ສ້າງຮາກຖານການເມືອງ; ຕິດພັນກັບການພັດທະນາຊົນ ນະບົດດ້ວຍ ຕາມທິດນຳ 4 ຄາດໝາຍ, 4 ເນື້ອໃນ ແລະ ວຽກງານ 3 ສ້າງຂອງພັກ-ລັດວາງອອກ, ຂຶ້ນທະບຽນສຳມະໂນຄົວແລ້ວມີ 7.202 ຫຼັງຄາເຮືອນ; ມີ 8.132 ຄອບຄົວ, ຍັງບໍ່ທັນຂຶ້ນທະບຽນສຳມະໂນຄົວມີ 549 ຫຼັງຄາເຮືອນ, ມີ 607 ຄອບຄົວ, ປັບປຸງປື້ມສຳມະໂນຄົວໄດ້ 2 ກຸ່ມບ້ານມີ 6 ບ້ານ ມີ 697 ຄອບຄົວ, ປ່ຽນປຶ້ມສໍາມະ ໂນຄົວໃໝ່ໄດ້ 215 ຄອບຄົວ; ຂຶ້ນປຶ້ມສຳມະໂນຄົວໃໝ່ໄດ້ 109 ຄອບຄົວ ແລະ ລົງສ້າງບົດບັກທືກນຳເຈົ້າຂອງກິດຈະການ, ຫ້າງຮ້ານກິນດື່ມ, ຮ້ານບັນເທີງ ໄດ້ 9 ຄັ້ງ.

ສຳລັບທິດທາງແຜນການໃນຊຸມປີຕໍ່ໜ້າ, ທາງຄະນະພັກ-ຄະນະບັນຊາຈະໄດ້ສຸມໃສ່ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມໜັັັກແໜ້ນແຂງແຮງຢູ່ແຕ່ລະຂັ້ນ, ສຸມໃສແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມຕິດພັນກັບການແກ້ໄຂປະກົດການພາຍໃນກຳລັງຢ່າງເຂັ້ມງວດ ແລະ ເດັດຂາດ, ເພີ່ມທະວີເຊື່ອມ ຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ລະບຽບຂອງກຳລັງ ປກສ, ສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.