ປິດຝຶກອົບຮົມວຽກງານການເມືອງ ໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາຈາກ ສສ ຫວຽດນາມ

0
1067

ວັນທີ 12 ມີນາ ຜ່ານມາ, ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານການເມືອງ ໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາຈາກ ສສ ຫວຽດນາມ ປະຈໍາປີ 2020, ໂດຍການເປັນປະທານ  ຂອງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ຄະນະຮັບ ຜິດຊອບ, ແຂກຮັບເຊີນ ພ້ອມດ້ວຍນາຍແລະພົນຕໍາຫຼວດທີ່ສໍາເລັດການສຶກສາຈາກ ສສ ຫວຽດນາມ ເຂົ້າຮ່ວມ.

ພັທ ວິຊຽນ ຫານວິໄລ ຮອງຫົວໜ້າກົມກໍ່ສ້າງກໍາລັງ ໄດ້ຜ່ານບົດສະຫຼຸບການສຶກສາຮໍ່າຮຽນ ແລະ ການຝຶກອົບຮົມໃຫ້ນາຍແລະພົນຕໍາຫຼວດ ວ່າ: ນາຍ ຕຳຫຼວດທີ່ສຳເລັດການສຶກສາຄັ້ງນີ້ ເລີ່ມຮຽນແຕ່ປີ 2014-20216 ມີທັງໝົດ 111 ສະຫາຍ ຍິງ 16 ສະຫາຍ, ຖອນຄືນກັບປະ ເທດ 2 ສະຫາຍ, ຮຽນຈົບຕົວຈິງ 109 ສະຫາຍ ຍິງ 16 ສະຫາຍ, ມີລະບົບການຮຽນທີ່ແຕກຕ່າງກັນລະດັບປະລິນຍາຕີ (6 ປີ, 4 ປີ), ໃນນັ້ນ, ນັກຮຽນທີ່ຈົບມາຈາກໂຮງຮຽນວັດທະນະທໍາ ເລກ 1 ກະຊວງຕໍາຫຼວດ ສສ ຫວຽດນາມແລ້ວສຶກສາຕໍ່ປະລິນຍາຕີ ຈຳນວນ 29 ສະ ຫາຍ ຍິງ 10 ສະຫາຍ ແລະ ພະນັກງານ ໄປສຶກສາຕໍ່ 80 ສະຫາຍ ຍິງ 6 ສະຫາຍ.ໃນນີ້, ມີນັກສຶກສາລະດັບຊັ້ນກາງ 5 ສະຫາຍ ຍິງ 1 ສະ ຫາຍ. ຜ່ານການຝຶກອົບຮົມວຽກງານການເມືອງ ເຫັນໄດ້ວ່າ: ນັກສຶກສາແຕ່ລະສະຫາຍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນຢ່າງຕັ້ງໜ້າໃນການເຊື່ອມຊຶມບັນດາມະຕິຄໍາສັ່ງ, ລະບຽບກົດໝາຍ, ຄຸນສົມບັດສິນ ທໍາປະຕິວັດ ແລະ ມູນເຊື້ອອັນດີງາມ, ເຊິ່ງສະແດງອອກໃຫ້ເຫັນວ່າ: ນັກສຶກສາ ແຕ່ລະສະຫາຍມີແນວຄິດໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື້ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກົດໝາຍຂອງສອງປະເທດ, ເວົ້າລວມເວົ້າສະເພາະ ກໍຄື ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ,ຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດທຸກມະຕິ, ຄໍາສັ່ງຂອງຂັ້ນເທິງ, ສາມາດປະຕິບັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

ໃນພິທີ, ຍັງໄດ້ປະດັບຊັ້ນ,ຍ້ອງຍໍ ແລະ ສັບຊ້ອນ ໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາລະດັບປະລິນຍາຕີ, ຊັ້ນກາງ ຈາກ ສສ ຫວຽດນາມ. ໃນນີ້, ປະດັບຊັ້ນ ຮ້ອຍໂທ 102 ສະຫາຍ ຍິງ 15 ສະຫາຍ, ຮ້ອຍຕີ 5 ສະຫາຍ ຍິງ 1 ສະ ຫາຍ, ຮັກສາຊັ້ນເກົ່າ ຈໍານວນ 2 ສະຫາຍ ຮ້ອຍ ເອກ 1 ສະຫາຍ, ຮ້ອຍໂທ 1 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 28 ສະຫາຍ ຍິງ 7 ສະຫາຍ ແລະ ສັບຊ້ອນ ມີຄື: ຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ມີຈໍານວນ 7 ສະຫາຍ, ຫ້ອງວ່າການ ກະຊວງ ປກສ 5 ສະຫາຍ, ກົມໃຫຍ່ສັນຕິບານ 11 ສະ ຫາຍ , ກົມໃຫຍ່ຕໍາຫຼວດ 16 ສະຫາຍ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 11 ສະຫາຍ, ວິທະຍາຄານຕໍາຫຼວດ ປະຊາຊົນ 3 ສະຫາຍ, ວິທະຍາສັນຕິບານ ປະຊາຊົນ 3 ສະຫາຍ.

 ກອງບັນຊາການ ປກສ ແຂວງຜົ້ງສາລີ 3 ສະຫາຍ, ກອງບັນຊາການ ປກສ ແຂວງຫົວພັນ 3 ສະຫາຍ, ກອງບັນຊາການ ປກສ ແຂວງບໍ່ແກ້ວ 1 ສະຫາຍ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ 3 ສະຫາຍ, ກອງບັນຊາການ ປກສ ແຂວງຫຼວງພະບາງ 1 ສະຫາຍ, ກອງບັນຊາການ ປກສ ແຂວງໄຊຍະບູລີ 3 ສະຫາຍ,ກອງບັນຊາການ ປກສ ແຂວງຊຽງຂວາງ 2 ສະຫາຍ,ກອງບັນຊາການ ປກສ ແຂວງວຽງຈັນ 2 ສະຫາຍ, ກອງບັນຊາການ ປກສ ນະຄອນຫຼວງ 10 ສະຫາຍ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ 2 ສະຫາຍ, ກອງບັນຊາການ ປກສ ແຂວງຄໍາມ່ວນ 2 ສະຫາຍ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ 3 ສະຫາຍ, ກອງບັນຊາການ ປກສ ແຂວງສາລະວັນ 2 ສະຫາຍ, ກອງບັນຊາກ ປກສ ແຂວງເຊກອງ 2 ສະຫາຍ, ກອງບັນຊາກການ ປກສ ແຂວງອັດຕະປື 2 ສະຫາຍ, ໂຮງຮຽນ ປກສ ຊັ້ນສູງເລກ 1 ອຸດົມໄຊ 3 ສະ ຫາຍ, ໂຮງຮຽນ ປກສ ຊັ້ນສູງເລກ 2 ຫຼວງພະບາງ 3 ສະຫາຍ, ໂຮງຮຽນ ປກສ ຊັ້ນສູງເລກ 3 ສະຫວັນນະເຂດ 3 ສະຫາຍ ແລະ ໂຮງຮຽນ ປກສ ຊັ້ນສູງ ເລກ4 ຈໍາປາສັກ 3 ສະຫາຍ.

ພາບ-ຂ່າວ: ຄຳໂຖ ວັນນະລາດ