ສຳເລັດຊຸດບຳລຸງວິຊາສະເພາະປ້ອງກັນຄວາມສະຫົງບ ລະບົບ 45 ວັນ

0
2050

ວັນທີ 12 ມີນາ 2021, ສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສຳເລັດຊຸດບຳລຸງວິຊາສະເພາະ ປ້ອງກັນຄວາມສະຫົງບ ລະບົບ 45 ວັນ ຮຸ່ນທີ I,ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະສູນ, ພະ ແນກ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຮຽນເຂົ້າຮ່ວມ.

ພັທ ຜາແກ້ວ ວິພົນຮຽນ ຫົວໜ້າສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະ ໄດ້ກ່າວວ່າ:ໂດຍປະຕິບັດຕາມໂຄງ ການຫຼັກສູດບຳລຸງວິຊາສະ ເພາະປ້ອງກັນຄວາມສະຫົງບ ລະບົບ 45 ວັນ ຮຸ່ນທີ I  ເຊີ່ງເລີ່ມຮຽນແຕ່ວັນທີ 1 ກຸມພາ 2021 ແລະ ໄດ້ສອບເສັງສຳເລັດ ໃນວັນທີ 10 ມີ ນາ 2021 ມີ, ນັກຮຽນທັງໝົດ 89 ສະຫາຍ ຍິງ 68 ສະຫາຍ, ຕະຫຼອດໄລຍະການຮຽນຄະນະສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະ ໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ກໍ່ສ້າງໃຫ້ນັກຮຽນມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ, ມີຄວາມຮູ້ຄວາມສາ ມາດ ແລະ ຈັດຕັ້ງຜັນຂະຫຍາຍ ຕາມແນວທາງນະໂຍບາຍຂອງພັກ-ລັດໃຫ້ຖືກຕ້ອງ, ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນຫຼັກ,ຮັກສາໄດ້ຄວາມສາມັກຄີມີຄວາມເປັນເອກະພາບ.

ນັກຮຽນແຕ່ລະຄົນ ກໍໄດ້ເອົາ ໃຈໃສ່ຄົ້ນຄວ້າຮ່ຳຮຽນຢ່າງຕັ້ງໜ້າ,ສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ກັບບົດຮຽນທີ່ຄູອາຈານຖ່າຍທອດໃຫ້,ພ້ອມທັງຮູ້ສົມທຽບໃສ່ພຶດຕິກໍາຕົວຈິງ.ຜ່ານການຝຶກຝົນ,ຫຼໍ່ຫຼອມທາງດ້ານລະບຽບ ວິໄນ ແລະ ແບບແຜນການດໍາລົງຊີ ວິດຂອງກຳລັງປ້ອງກັນຄວາມສະຫງົບ ເຊັ່ນ: ການເຄົາລົບເຊິ່ງກັນແລະກັນ, ຮູບແຖວເຄົາລົບທຸງ,ປະຕິບັດ 7 ລະບອບ 18 ວຽກຂອງກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ,ເວົ້າສະເພາະແມ່ນລະບຽບຂອງສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະວາງອອກຢ່າງເຂັ້ມງວດ.

ຜ່ານການຮ່ຳຮຽນ ສາມາດຕີລາຄາ ນັກຮຽນເກັ່ງ ມີ 14 ຄົນ ເທົ່າກັບ 15%, ນັກຮຽນປານກາງ ມີ 63 ຄົນ ເທົ່າກັບ 70% ແລະ ນັກຮຽນກາງ ມີ 12 ຄົນ ເທົ່າກັບ 13%. ໂອກາດດັ່ງກ່າວ, ກໍໄດ້ມອບໃບຢັ້ງຢືນໃຫ້ນັກຮຽນທີ່ສຳເລັດຊຸດບຳລຸງຄັ້ງນີ້.

ພາບ-ຂ່າວ: ແກ້ວ ອຸເພັດ