ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈໍາປີ 2020 ແລະ ວາງທິດທາງແຜນ ການ ປີ 2021 ຂຶ້ນໃນອາທິດຜ່ານມາ; ເປັນປະທານໂດຍ ພັທ ສຸກສະຫວັນ ບຸບຜາພັນ ຫົວໜ້າຫ້ອງສັນຕິບານ, ເຂົ້າ ຮ່ວມ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະຫ້ອງ, ຫົວໜ້າ-ຮອງພະແນກ, ປກສ ເມືອງ, ແຂກທີ່ຖືກ ເຊີນ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສີຂັນໄຊ ໄຊມົນຕີ ຮອງຫົວ ໜ້າຫ້ອງສັນຕິບານ ໄດ້ຍົກໃຫ້ເຫັນຜົນງານໃນ 1 ປີຜ່ານມາ ວ່າ: ໄດ້ຖືເອົາວຽກ ງານນໍາພາສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ນຳເອົາແນວທາງ, ມະຕິ; ຄໍາສັ່ງ ແລະ ເອກະສານທີ່ສໍາຄັນຂອງພັກ-ລັດ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ; ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຊື່ສັດບໍ ລິສຸດ ແລະ ໄດ້ຕີລາຄາການຈັັດຕັ້ງປະຕິບັດ 4 ຄາດໝາຍ 11 ວຽກຍຸດທະສາດ ແລະ 7 ໂຄງການ ຂອງຫ້ອງສັນຕິບານ ເຊັ່ນ:

ຄາດໝາຍປົກປັກຮັກສາຮັບປະ ກັນໃຫ້ທົ່ວແຂວງບໍລິຄໍາໄຊ ໃຫ້ມີຄວາມ ສະຖຽນນະພາບທາງດ້ານການເມືອງ ຢ່າງໜັກແໜັນ, ເອົາໃຈໃສປັບປຸງກໍ່ສ້າງກໍາລັງຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ວຽກງານກໍ່ສ້າງພະນັກງານ-ນັກຮົບ ແລະ ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ; ມີຄວາມສຳນິຊໍານານ ທາງດ້ານວິຊາສະ ເພາະຮັບປະກັນໃນການປັບປຸງແບບ ແຜນວິທີເຮັດວຽກ ແລະ ວິທີການນໍາ ພາຂອງຄະນະບັນຊາແຕ່ລະຂັ້ນໃຫ້ເຂົ້າສູ່ລະບຽບແບບແຜນເທື່ອລະກ້າວ ເຊີ່ງ ສະແດງອອກໃນການປະຕິບັດວຽກງານ ວິຊາສະເພາະ ຄື:

ວຽກງານຕໍາຫຼວດ ກວດຄົນເຂົ້າ-ອອກເມືອງ: ອອກໃບ ຜ່ານແດນລາວ-ໄທ-ຫວຽດນາມ ທັງໝົດ 1.950 ຄົນ ຍິງ 720 ຄົນ, ຍົກເວັ້ນ 48 ຄົນ, ອອກປື້ມຜ່ານແດນລາວ-ໄທ-ຫວຽດນາມ ທັງໝົດ 2.481 ຄົນ ຍິງ 1,194 ຄົນ, ຍົກເວັ້ນ 117 ຄົນ, ມີ ຄົນເຂົ້າ-ອອກເມືອງທັງໝົດ 156.287 ຄົນ ຍິງ 70.048 ຄົນ, ເດັກ 4.851 ຄົນ, ພາຫະນະເຂົ້າ-ອອກທັງໝົດ 62.138 ຄັນ, ວຽກງານຄຸ້ມຄອງຄົນຕ່າງປະເທດ: ອອກບັດ IDcard ໃຫ້ຄົນຕ່າງປະເທດ ທັງໝົດ 206 ຄົນ ຍິງ 51 ຄົນ, ມີ 5 ສັນຊາດ, ຂຶ້ນທະບຽນພັກເຊົາ ທັງໝົດ 19,019 ຄົນ ຍິງ 7,628 ຄົນ, ມີ 5 ສັນຊາດ, ຄະດີເກີດ ຂຶ້ນ 3 ເລືອງ, ຜ່ານເອກະສານຂໍແຕ່ງ ດອງ ມີ 10 ຊຸດ, 2 ສັນຊາດ, ຄົ້ນຄວ້າ ເອກະສານ 4 ຊຸດ, ຄົນຕ່າງປະເທດ ເຂົ້າມາເຮັດວຽກຢູ່ແຂວງບໍລິຄໍາໄຊ ທັງ ໝົດ 2.377 ຄົນ ຍິງ 210 ຄົນ.

ຕອນທ້າຍກອງປະຊຸມ ພັທ ຜາຂົງ ດອກມະນີຈັນ ໄດ້ເໜັ້ນໜັກຫຼາຍບັນ ທີ່ສຳຄັນໃຫ້ຄະນະບັນຊາທຸກຂັ້ນເອົາໃຈໃສ່ຊີ້ນໍາ-ນໍາພາເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ນັກຮົບ; ໃຫ້ມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ໜັກແໜ້ນ, ເອົາໃຈໃສ່ເຮັດສໍາ ເລັດທຸກໜ້າທີ່ວຽກງານ, ສາມາດແກ້ ໄຂໄດ້ບັນຫາຕ່າງໆ ໄດ້ທັນເຫດການ; ມີຄວາມເປັນລະບຽບຮຽບຮ້ອຍດີ, ຊຸກຍູ້ຕິດຕາມແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃຫ້ຖຶກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.