ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 5 ກຸມພາ 2021, ເວລາປະມານ 9:00 ໂມງ, ນາງ ສົມໄພວັນ (ຜູ້ຖືກຫາ) ອາຍຸ 24 ປີ ບ້ານນາມອນ ເມືອງ-ແຂວງໄຊຍະບູລີ ໄດ້ພາລູກຊາຍໄປຫຼິ້ນຢູ່ເຮືອນ ຂອງ ນາງ ຄຳຫຼ້າ (ຜູ້ເສຍຫາຍ). ພໍໄປຮອດເຮືອນ ນາງ ສົມໄພວັນ ໄດ້ສັງເກດເຫັນ ນາງ ຄໍາຫຼ້າ ຂາຍເຂົ້າເປືອກໄດ້ເງິນຈໍານວນຫຼາຍ ຈຶ່ງມີແນວຄິດຢາກໄດ້ເງິນຈຳນວນດັ່ງກ່າວ; ຕໍ່ມາເມື່ອຮູ້ວ່າ ນາງ ຄຳຫຼ້າ ເອົາເງິນໄປເກັບຮັກສາໄວ້ໃນຫ້ອງນອນ ຈຶ່ງວາງແຜນຕິດຕາມການເຄື່ອນໄຫວ.

ນາງ ຄຳຫຼ້າ ແລະ ນາງ ສົມໄພວັນ ໄດ້ພາກັນຍ່າງໄປຊື້ເຂົ້າເປືອກຢູ່ໃນບ້ານ. ໃນຂະນະນັ້ນ, ນາງ ສົມໄພວັນ ກໍໄດ້ວາງແຜນກັບໄປເຮືອນຂອງ ນາງ ຄຳຫຼ້າ ໂດຍອ້າງວ່າ ຈະກັບມາເອົາເກີບໃຫ້ລູກຢູ່ເຮືອນຂອງຕົນເອງ ພໍຍ່າງໄປຮອດເຮືອນ ນາງ ຄຳຫຼ້າ ຜູ້ກ່ຽວກໍໄດ້ຍ່າງເຂົ້າໄປໃນເຮືອນສັງເກດເຫັນປະຕູຫ້ອງນອນບໍ່ໄດ້ໃສ່ລ໋ອກ ຈຶ່ງໄດ້ຍ່າງເຂົ້າໄປຈົກເອົາຖົງເງິນທີ່ ນາງ ຄຳຫຼ້າ ຫ້ອຍໄວ້ ແຈເສົາ ແລ້ວກໍຍ່າງອອກຈາກຫ້ອງນອນອັດປະຕູໄວ້ຄືເກົ່າ; ຈາກນັ້ນ, ກໍໄດ້ກັບເມືອເຮືອນຂອງຕົນເອງ ແລ້ວນຳເອົາຖົງເງິນທີ່ລັກມາໄປເຊື່ອງໄວ້ໃນຕູ້ເຄື່ອງນຸ່ງ ແລ້ວກໍຍ່າງກັບໄປຫາ ນາງ ຄຳຫຼ້າ ເຮັດຄືບໍ່ມີຫຍັງເກີດຂຶ້ນ. ພໍທັງສອງຄົນກັບໄປຮອດເຮືອນ ນາງ ຄຳຫຼ້າ; ນາງ ສົມໄພວັນ ຈຶ່ງໄດ້ຊວນ ນາງ ຄຳຫຼ້າ ເຮັດອາຫານກິນຊຸມກັນ ແຕ່ຕົນບໍ່ມີ ເງິນ ແລະ ນາງ ຄຳຫຼ້າ ຈຶ່ງໄດ້ຍ່າງເຂົ້າໄປຫ້ອງນອນ ເພື່ອຈະໄປເອົາເງິນໃຫ້ ນາງ ສົມໄພວັນ ໄປອອກຕະຫຼາດ, ເມື່ອເຂົ້າໄປຮອດຫ້ອງນອນພົບວ່າ ເງິນທີ່ຕົນເອົາໄວ້ນັ້ນເສຍແລ້ວ ຈຶ່ງໄດ້ຖາມ ນາງ ສົມໄພວັນ ວ່າ: ເຫັນໃຜເຂົ້າມາໃນເຮືອນແດ່ ແຕ່ນາງ ສົມໄພວັນ ປະຕິເສດ; ຈາກນັ້ນ, ນາງ ຄຳຫຼ້າ ຈຶ່ງໄດ້ໄປແຈ້ງຄວາມຕໍ່ເຈົ້້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງໄຊຍະບູລີ ລົງເກັບກຳຂໍ້ມູນ ແລະ ຕິດຕາມ, ກວດກາພ້ອມທັງໄດ້ເຊີນຕົວ ນາງ ສົມໄພວັນ ເຂົ້າມາໃຫ້ຂໍ້ມູນ ແຕ່ຜູ່ກ່ຽວກໍປະຕິເສດ; ພາຍຫຼັງກັບເມືອເຮືອນ ນາງ ສົມໄພວັນ ກໍໄດ້ເອົາເງິນຢູ່ຖົງທີ່ຜູ້ກ່ຽວລັກມານັ້ນອອກມາ ນັບເຫັນວ່າ: ມີເງິນກີບ ຈຳນວນ 28.000.000 ກີບ, ເງິນບາດ 500 ບາດ, ເງິນໝັນ 2 ໝັນ, ຕຸ້ມຫູຄ້າຍຄືຄຳ 1 ຄູ່ ແລະ ຜູ້ກ່ຽວກໍເອົາເງິນ ຈຳນວນ 23.750.000 ກີບ, ຕຸ້ມຫູຄ້າຍຄືຄຳ 1 ຄູ່ ໄປ ຊຸກເຊື່ອງໄວ້ໃນເປົາເຂົ້າເປືອກ, ສ່ວນເງິນ ຈຳ ນວນ 4.250.000 ກີບ, ເງິນບາດ 400 ບາດ ແລະ ເງິນໝັນ 2 ໝັນ ແມ່ນຜູ້ກ່ຽວໄດ້ເອົາໄປ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ; ຈາກນັ້ນ, ຮອດວັນທີ 15 ກຸມພາ 2021, ນາງ ສົມໄພວັນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວຍັງໃຫ້ຮູ້ອີກວ່າ: ວັນທີ 3 ມີນາ 2021, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງໄຊຍະ ບູລີ ກໍໄດ້ນຳເອົາຊັບສິນທີ່ຄົນຮ້າຍລັກໄປມອບ ຄືນໃຫ້ເຈົ້້າຂອງເດີມ; ໃນນັ້ນ, ລວມມີເງິນກີບ ຈຳນວນ 23.750.000 ກີບ, ຕຸ້ມຫູສີເຫຼືອງ ຄ້າຍຄືຄຳ 1 ຄູ່ ແລະ ເງິນບາດ 100 ບາດ; ກ່າວ ມອບໂດຍ ພັຕ ຈິດຕະພອນ ແສງຂັນຫຼ້າ ຫົວ ໜ້າພະແນກຕຳຫຼວດ ປກສ ເມືອງໄຊຍະບູລີ ແລະ ກ່າວຮັບໂດຍ ທ່ານ ນ້ອຍ ຈັນດາຄຳ ອາຍຸ 36 ປີ ຢູ່ບ້ານນາມອນ ເມືອງໄຊຍະບູລີ.