ຜົນງານ ແລະ ການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຂອງ ພົຈວ ອາລູ ວາລີຊື

0
1687

ພົຈວ ອາລູ ວາລີຊື, ອະດີດຄະນະພັກກະຊວງ​, ອະດີດຫົວໜ້າກົມໃຫຍ່ການເມືອງ ປກສ ໃຫ້ສໍາພາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ວ່າ: ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າ ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບ ທີ່ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ແລະ ນຳພາໂດຍກົງ,ເດັດຂາດ,ຮອບດ້ານ ທັງແມ່ນກຳລັງທີ່ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແມ່ນກໍາລັງທີ່ມີລະບຽບວິໄນເຂັ້ມງວດຂອງພັກ.

ຕະຫຼອດໄລຍະຜ່ານມາ, ຂ້າພະເຈົ້າ ແມ່ນໜຶ່ງໃນນັກຮົບປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບທີ່ໄດ້ຕໍ່ສູ້ຄຽງບ່າ ຄຽງໄຫຼ່ ກັບບັນດາສະຫາຍສະ ມາຊິກພັກ, ພະນັກງານນັກຮົບໃນກຳລັງປ້ອງກັນຄວາມສະຫງົບ, ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງວັງຊາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ເຊິ່ງການເຄື່ອນໄຫວດັ່ງກ່າວ ໄດ້ສະແດງອອກດັ່ງນີ້: ຂ້າພະເຈົ້າ ໄດ້ເຂົ້າມາສັງກັດໃນກຳລັງປ້ອງກັນຄວາມສະ ຫງົບ ແມ່ນສູດທີ່ພາກພູມໃຈ ໄດ້ຕັ້ງໜ້າປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ເປັນຕົ້ນ ແມ່ນໄດ້ສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຢູ່ຫຼາຍໆແຂວງ ເຊັ່ນ: ແຕ່ປີ 1987-1992 ໄດ້ລົງກໍ່ສ້າງຮາກຖານ ຢູ່ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ຢູ່ນະຄອນຫຼວງວຽງຈັນ.ຈາກນັ້ນ,ຮອດປີ 1993 ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການຈັດຕັ້ງຂັ້ນເທິງ ຈິ່ງຕົກລົງແຕ່ງຕັ້ງໃຫ້ຂ້າພະເຈົ້າຮັບຜິດຊອບເປັນຫົວໜ້າກົມກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ຈົນຮອດປີ 1994 ການຈັດຕັ້ງໄດ້ຕົກລົງແຕ່ງຕັ້ງໃຫ້ຂ້າພະເຈົ້າ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ແຂວງບໍ່ແກ້ວ ຮັບໜ້າທີ່ເປັນຫົວໜ້າກອງບັນຊາການ ປກສ ແຂວງ ຈົນຮອດທ້າຍປີ 2003 ຈຶ່ງກັບຄືນມາ ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ນະຄອນຫຼວງວຽງຈັນ ອີກເປັນເວລາ 2 ປີ.

ຜ່ານການລົງກໍ່ສ້າງຮາກຖານນັ້ນ ໄດ້ເຮັດໃຫ້ປະຊາຊົນຊັ້ນຄົນຕ່າງໆ ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນເລື້ອຍໆ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງຕັ້ງໜ້າ ພ້ອມກັນພັດທະນາບ້ານຊ່ອງຢ່າງຟົດຟື້ນຫ້າວຫັນ,ມີຄວາມ ຕື່ນຕົວເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ເຮັດໃຫ້ຮາກຖານປະຊາຊົນມີຄວາມສະ ຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປອດໄພ. ຈາກຜົນສຳເລັດຄືດັ່ງກ່າວນັ້ນ ການຈັດຕັ້ງຈິ່ງໄດ້ປະຕິບັດນະໂຍບາຍຕໍ່ຂ້າພະເຈົ້າ ເລື່ອນຊັ້ນຈາກຊັ້ນວາທີຮ້ອຍຕີ ເລື່ອນເປັນຊັ້ນຮ້ອຍໂທ ແລະ ຈາກຊັ້ນ ຮ້ອຍໂທ ຂຶ້ນເປັນຊັ້ນພັນຕີ ແລະ ໄດ້ມອບໝາຍໜ້າທີ່-ທີ່ສຳຄັນ ແລະມີກຽດສະຫງ່າທັງນ້ອຍ ແລະ ໃຫຍ່ໃຫ້ຂ້າພະເຈົ້າຮັບຜິດຊອບນຳພາຊີ້ນຳ ແລະ ໄດ້ເຮັດສຳ ເລັດໜ້າທີ່ຕາມການມອບໝາຍ ເວົ້າລວມແລ້ວຕະຫຼອດໄລຍະເຮັດການປະຕິວັດຂອງຂ້າ ພະເຈົ້າ ແມ່ນໄດ້ທຸ້ມເທຊີວິດຕິດພັນກັບຮາກຖານປະຊາຊົນຢ່າງແທ້ຈິງ,ໄດ້ຮ່ວມສຸກຮ່ວມທຸກກັບປະຊາຊົນລາວບັນດາ ເຜົ່າຕະຫຼອດມາ.

ໂດຍປະຕິບັດຕາມມະຕິສະບັບເລກທີ103 /ກມສພ ຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະ ພາບການໃໝ່,ຂ້າພະເຈົ້າໃນນາມອະດີດຄະນະພັກກະຊວງ, ອະດີດຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໃນເວລາຮັບໜ້າທີ່ອັນມີກຽດສະຫງ່າທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ນັ້ນ ກໍໄດ້ປະຕິບັດພາລະບົດບາດເປັນແກນນຳໃນການນໍາພາຊີ້ນໍາກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະ ເພາະແມ່ນກຳລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຮ່ວມກັບບັນດາສະຫາຍຄະນະນຳແຕ່ລະຂັ້ນເອົາໃຈໃສ່ຕັ້ງໜ້າປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່,ເຂັ້ມແຂງ ,ໜັກແໜ້ນ, ຈາກກໍາລັງທີ່ອ່ອນນ້ອຍໃນເມື່ອກ່ອນໄດ້ກາຍເປັນກໍາລັງທີ່ເຂັ້ມແຂງໃນປັດຈຸບັນ ສະແດງອອກຄື ກຳລັງປ້ອງກັນຄວາມສະຫງົບໄດ້ເຕີບໃຫຍ່ຂະ ຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນທີ່ເຂັ້ມງວດ, ມີຄວາມຊຳນິຊຳນານງານທາງດ້ານວິຊາສະເພາະ ແລະ ມີແບບແຜນວິທີນໍາພາທີ່ທັນສະໄໝ, ມີຄວາມເປັນເອກະພາບ ແລະ ລວມສູນປະຊາທິປະໄຕ; ກົນໄກການຄຸ້ມຄອງ-ບັນຊາເປັນລະບົບຄົບຊຸດ, ລະບົບກົງຈັກການຈັດຕັ້ງໄດ້ປັບປຸງໃຫ້ແທດເໝາະສົມເຫດສົມຜົນ, ໄດ້ເອົາໃຈໃສ່ບັນຫາເພດຍິງ ແລະ ຊົນເຜົ່າຢ່າງສົມສ່ວນ, ໄດ້ນຳພາ-ຊີ້ນຳປັບປຸງຫຼັກສູດການຮຽນ-ການສອນຢູ່ບັນດາໂຮງຮຽນແຫ່ງຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໄດ້ຍົກສະຖານະໂຮງຮຽນ ປກສ ຊັ້ນກາງ ຂຶ້ນເປັນຊັ້ນສູງ ຈຳນວນ 4 ແຫ່ງ, ຍົກສະຖານະໂຮງ ຮຽນທິດສະດີຊັ້ນສູງເປັນອະນຸປະລິນຍາ ແລະອື່ນໆ.ນັ້ນແມ່ນຜົນງານພຽງແຕ່ບາງດ້ານເທົ່ານັ້ນທີ່ຂ້າພະເຈົ້າໄດ້ນໍາພາ-ຊີ້ນຳກຳລັງປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນທີ 5 ເມສາ 1961 – ວັນທີ 5 ເມສາ 2021 ເຊິ່ງແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນີ້ ກໍາລັງປ້ອງກັນຄວາມສະຫງົບພວກເຮົາຍິ່ງມີຄວາມເອກອ້າງທະນົງໃຈ ແລະມີກຽດສະຫງ່າທີ່ກໍາລັງປ້ອງກັນຄວາມສະຫງົບທຸກເຫຼົ່າຮົບໃນຂອບເຂດທົ່ວປະເທດສາມາດເຮັດລ້ອນໜ້າທີ່ອັນມີກຽດຂອງຕົນ, ທັງຍາດໄດ້ຜົນງານ ແລະ ໄຊຊະນະຫຼາຍດ້ານມາໃຫ້ປະເທດຊາດ ກໍຄື ມາໃຫ້ກຳລັງປ້ອງກັນຄວາມສະຫງົບທຸກຖ້ວນໜ້າ ເຮັດໃຫ້ປະເທດຊາດມີຄວາມສະຫງົບ-ມີຄວາມໝັ້ນຄົງທາງດ້ານການ ເມືອງຢ່າງໜັກແໜ້ນ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປອດໄພເປັນຢ່າງດີ.

ໃນໂອກາດອັນສະຫງ່າລາສີສຸດທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄື ອະດີດຄະນະພັກ -ຄະນະບັນຊາກໍາລັງປ້ອງກັນຄວາມສະຫງົບ ຂໍອວຍພອນໄຊອັນປະເສີດແດ່ຜູ້ນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ເປັນຄັນທຸງນໍາພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ອວຍພອນໄຊອັນປະເສີດແດ່ຄະນະພັກ -ຄະນະບັນຊາກຳລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກສ່ວນຕົວ-ຄອບຄົວ ແລະ ສືບຕໍ່ນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ; ອວຍພອນແດ່ນາຍ ແລະ ພົນຕຳຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາ ເຜົ່າຈົ່ງມີສຸຂະພາບແຂງແຮງ, ເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍຢ່າງຈົບງາມ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ