ກົມສື່ມວນຊົນ ປກສ ສະຫຼຸບວຽກງານ ປະຈໍາປີ 2020

0
830

ວັນທີ 18 ມີນາ 2021, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2020 ແລະ ວາງທິດ ທາງແຜນການ ປະຈໍາປີ 2021,ໂດຍການເປັນປະທານ ຂອງ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ, ມີຮອງຫົວໜ້າກົມ, ພ້ອມດ້ວຍຫົວໜ້າພະ ແນກ ແລະ ພະນັກງນັກຮົບພາຍໃນກົມເຂົ້າຮ່ວມ.

ພັທ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າກົມສື່ມວນຊົນ ຜ່ານບົດສະຫຼຸບວ່າ :ໃນໄລຍະ 1 ປີຜ່ານມາ, ວຽກງານສື່ມວນຊົນໄດ້ເຄື່ອນໄຫວຕາມພາ ລະ ບົດບາດໃນການນໍາສະເໜິຂໍ້ມູນຂ່າວສານ, ເຫດການປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມຜ່ານໜັງສືພິມຄວາມສະຫົງບ, ວະລາສານ, ວິທະຍຸ ແລະໂທລະພາບ ເຊິ່ງສະແດງອອກໃນການລົງເຄື່ອນໄຫວເກັບເກັບຂໍ້ມູນຢູ່ພາຍໃນ ແລະ ຕ່າງແຂວງ ລວມ 5.896 ຄັ້ງ, ຂຽນຂ່າວໄດ້ 15.655 ຂ່າວ, ຂຽນບົດໄດ້ 2.386 ບົດຮັບຂ່າວຕ່າງແຂວງ ໄດ້ 4.872 ຄັ້ງ, ສໍາພາດພາກສ່ວນຕ່າງໆ ມີ 835 ຄັ້ງ,  ເຕັກນິກຕັດຕໍ່ລາຍ ການ, ຂ່າວ-ບົດ ໄດ້ທັງໝົດ 5.610 ຄັ້ງ, ກວດແກ້ລາຍການ, ກວດແກ້ບົດ ໄດ້ 8.578 ຂ່າວ-ບົດ,  ອັບຂ່າວລົງໜ້າເວບໄຊ. ນອກນັ້ນ, ໄດ້ເຄື່ອນໄຫວເກັບກໍາຂໍ້ມູນຂ່າວ ກ່ຽວ ກັບການແພ່ລະບາດຂອງໂຄວິດ-19, ຮັບໃຊ້ກອງປະຊຸມໃຫຍ່ຂອງກົມໃຫຍ່ການເມືອງ, ຂອງຄະນະພັກກະຊວງ ປກສ ແລະ ຮັບໃຊ້ວຽກງານອື່ນໆທີ່ປິ່ນອອ້ມ.

ເຖິງແມ່ນວ່າພະນັກງານນັກຮົບພາຍໃນກົມສື່ມວນຊົນ ສາມາດປະຕິບັດວຽກງານວິຊາສະເພາະໄດ້ສໍາເລັດຫຼາຍດ້ານດີພໍສົມຄວນ ແຕ່ກໍຍັງມີຂໍ້ຄົງຄ້າງຕ້ອງໄດ້ຮັບການແກ້ໄຂ ເປັນຕົ້ນ ແມ່ນການເຄື່ອນໄຫວເກັບກໍາຂໍ້ມູນຢູ່ກົມກອງຕ່າງໆບາງຄັ້ງຄາວຍັງຊັກຊ້າ, ເກັບກໍາຂໍ້ມູນບໍ່ລະອຽດ, ການຂຽນບົດ-ຂຽນຂ່າວຍັງບໍ່ທັນແຫຼມຄົມ ຍັງມີຂໍ້ຜິດພາດ ເປັນຕົ້ນແມ່ນ ຫົວຂໍ້, ຮູບພາບ, ຫຼັກໄວຍາກອນ, ສື່ເອເລັກໂຕຣນິກ ຍັງມີຂໍ້ຜິດພາດ ເປັນຕົ້ນແມ່ນ ເນື້ອໃນ, ພາບ-ສຽງ ບໍ່ຕໍ່ເນື່ອງເຮັດໃຫ້ມີການຕໍານິຈາກສັງຄົມ.

ໂອກາດນີ້, ຫົວໜ້າກົມສື່ມວນຊົນ ປກສ ກໍໄດ້ຊີ້ນໍາພະນັກງານ-ນັກຮົບ ສືບຕໍ່ປັບປຸງແບບແຜນວິທິເຮັດວຽກຂອງແຕ່ລະພະແນກ-ກອງ ໃຫ້ຮັດກຸມ ແລະ ສອດຄ່ອງກັບວິຊາສະເພາະ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກນາຍ ແລະ ພົນຕໍາຫຼວດ ຕາມແນວທາງນະໂຍ ບາຍຂອງພັກ ແລະ ລັດຖະບານໃຫ້ເລິກ ເຊິ່ງ ເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນຖັນແຖວຂອງພະນັກງານນັກຮົບ.

ເອົາໃຈໃສ່ປັບປຸງວຽກງານສື່ມວນຊົນໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ສື່ມວນຊົນ ປກສ ຫັນເຂົ້າສູ່ລະ ບົບທັນສະໄໝ ເພື່ອເຮັດໃຫ້ສັງຄົມບໍລິໂພກຂໍ້ມູນຂາ່ວສານຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ ພ້ອມທັງເຮັດໜ້າທີ່ຕ້ານກົນອຸບາຍຂອງກຸ່ມຄົນບໍ່ດີທີ່ໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະ ໂຍບາຍຂອງພັກ ແລະ ລັດຖະບານ, ເອົາ ໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຂ່າວໃຫ້ມີຄຸນນະພາບ, ຈັດຝຶກອົບຮົມກັບທີ່ ຫຼື ໄປຍົກລະ ດັບໄລຍະສັ້ນ ແລະ ໄລຍະຍາວທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາເອົາຄວາມຮູ້ມາພັດທະນາຕົນເອງ ແລະ ກົມ ກອງໃຫ້ມີປະສິດ ທິພາບ.

ພາບ-ຂ່າວ: ບຸນຖີນ ນິລະໄຊ