ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ຕັດອິດສະຫຼະພາບ ທ້າວ ຂັນທະລີ, ອາຍຸ 34 ປີ, ເຊື້ອຊາດ ແລະ ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານສາລະຄໍາໃຕ້ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ 1 ປີ 6 ເດືອນ, ໃນຂໍ້ຫາລັກຊັບພົນລະເມືອງ.

ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກະທໍາຜິດຕົວຈິງຂອງ ຈໍາເລີຍ ຕໍ່ຄະນະສານອາຍາ ໃນວັນທີ 3 ມີນາ 2021 ວ່າ: ໃນເດືອນກໍລະກົດ ປີ 2020, ເວລາປະມານ 21:00 ໂມງ, ທ້າວ ຂັນທະລີ ໄດ້ໄປງັດເຮືອນຂອງປະຊາຊົນ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ໄດ້ໃຊ້ເຫຼັກງັດປະຕູປ່ອງຢ້ຽມແລ້ວເຂົ້າໄປລັກເອົາກົບໄຟຟ້າ ຈໍານວນ 1 ອັນ, ສະຫວ່ານເຈາະ ຈໍານວນ 1 ອັນ, ພ້ອມດ້ວຍດອກສະຫວ່ານ, ສາຍໄຟຟ້າຍາວ ປະມານ 4-5 ແມັດ, ລົດຈັກຮອນດ້າ 50 ຈໍານວນ 1 ຄັນ, ຫຼັງຈາກລັກແລ້ວ ໄດ້ເອົາກົບໄຟຟ້າ, ສະຫວ່ານເຈາະ, ດອກສະຫວ່ານ, ສາຍໄຟຟ້າໃຫ້ ທ້າວ ບຸນທັນ ໄປຂາຍໃຫ້ໄດ້ເງິນຈໍານວນ 100.000 ກີບ ແລ້ວໄດ້ເອົາເງິນໄປຊື້ຢາບ້າ ຈໍານວນ 5 ເມັດ ມາເສບນໍາກັນ, ສ່ວນລົດຈັກຮອນດ້າ 50 ທ້າວ ຂັນທະລີ ໄດ້ມ້າງຕີນລົດ, ມ້າງເບາະອອກເຫຼືອແຕ່ຮ່າງລົດ ຈັກ ແລ້ວເອົາໄປຂາຍໃຫ້ຄົນຫວຽດ ທີ່ເລາະຮັບຊື້ເຫຼັກເສດຢູ່ເຂດບ້ານໂນນຫວາຍ ໄດ້ເງິນຈໍານວນ 40.000 ກີບ ແລ້ວໄດ້ເອົາເງິນໄປຊື້ຢາບ້າມາເສບຈົນໝົດ. ມາຮອດວັນທີ 7 ສິງ ຫາ 2020, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະ ວິໄສ, ຄະນະສານອາຍາ ສານປະຊາຊົນນະຄອນ ຫຼວງວຽງຈັນ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາ ຂອງ ທ້າວ ຂັນທະລີ ເປັນການກະທໍາຜິດທາງອາຍາ ໃນຂໍ້ກ່າວຫາການລັກຊັບພົນລະເມືອງ ທີ່ແຕະຕ້ອງເຖິງກໍາມະສິດສ່ວນຕົວຂອງບຸກຄົນອື່ນ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດ ຕາ 231, ເຊິ່ງເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ໄດ້ລັກຊັບຂອງບຸກຄົນອື່ນມາເປັນຂອງຕົນໂດຍບໍ່ຖືກຕ້ອງ, ເຊິ່ງຈໍາເລີຍ ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ຂັນທະ ລີ ຕາມປະມວນກົດໝາຍອາຍາ ມາດຕາ 231 ວັກ 2. ຕໍ່ກັບ ທ້າວ ບຸນທັນ ທີ່ທ້າວ ຂັນທະລີ ໄດ້ໃຫ້ການຊັດທອດຫານັ້ນທາງເຈົ້າໜ້າທີ່ໄດ້ສຶກສາອົບຮົມແລ້ວ ຕາມບົດບັນທຶກສຶກສາອົບຮົມ ສະບັບລົງວັນທີ 6 ຕຸລາ 2020.