ປິດການແຂ່ງຂັນກິລາ ອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ

0
1267

ຂະບວນການແຂ່ງຂັນກິລາ ອ້ອມຂ້າງກະຊວງ ປກສ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021 ) ປິດລົງຢ່າງເປັນທາງການ ໃນວັນທີ 19 ມີນາ 2021,ໂດຍການເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການ ເມືອງ ຮອງຄະນະຮັບຜິດຊອບອະນຸກຳມະການຂະບວນການ ແລະ ແຂ່ງຂັນກິລາກະຊວງ ປກສ, ມີບັນດາຄະນະນຳກະຊວງ, ຄະ ນະກົມ-ກອງອ້ອມຂ້າງກະຊວງ,ຄະນະຮັບຜິດຊອບນັກກິລາ, ພ້ອມດ້ວຍນັກກິລາ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ນາງ ໄລທອງ ໄຊຍະສອນ ຮອງອະນຸກຳມະການຂະບວນການຈັດການແຂ່ງຂັນກິລາ ກ່າວວ່າ: ການແຂ່ງຂັນກິລາໃນຄັ້ງນີ້ແມ່ນເລີ່ມເປີດການແຂ່ງ ຂັນ ມາແຕ່ວັນທີ 17 ມີນາ ເປັນຕົ້ນມາ ໂດຍມີ ບັນດາກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງ ຂັນ, ຜ່ານການແຂ່ງຂັນກິລາແຕ່ລະປະເພດ ຜົນປະກົດວ່າ ກິລາບານເຕະຊາວໜຸ່ມທົ່ວໄປ ຊະນະເລີດໄດ້ແກ່ ກົມ 504, ຮອງຊະນະເລີດ ຫ້ອງວ່າ ການກະຊວງ, ອັນດັບ 3 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ລາງວັນຊົມເຊີຍ ກົມຕໍາຫຼວດຄຸມຂັງ-ດັດສ້າງ.

ກິລາບານສົ່ງຊາຍ ຊະນະເລີດໄດ້ແກ່ ກົມຕໍາຫຼວດຄຸມຂັງ-ດັດສ້າງ,ຮອງຊະນະເລີດ ວສປ,ອັນດັບ 3 ວຕປ; ບານ ສົ່ງຍິງຊະນະເລີດໄດ້ແກ່ກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດ ວຕປ, ອັນດັບ 3 ກົມຕໍາຫຼວດຄຸມຂັງ-ດັດສ້າງ, ລາງວັນຊົມເຊີຍກົມໃຫຍ່ພະລາທິການ; ກິລາກະຕໍ້ທີມດ່ຽວຊາຍທົ່ວໄປ ຊະນະເລີດໄດ້ ແກ່ທິມກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດກົມ 504, ອັນດັບ 3 ກົມຕໍາຫຼວດຄຸມຂັັັັັັັັັັັັັັັັັັັັັັັັັັັັັັັັັັັັັງ-ດັດສ້າງ ແລະ ລາງວັນຊົມເຊີຍ ກອງບັນ ຊາການ ປກສ ນະຄອນຫຼວງວຽງຈັນ.

ສ່ວນກິລາເປຕັງຄູ່ຍິງ ຊະນະເລີດໄດ້ແກ່ກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດກອງບັນຊາການປ້ອງກັນສູນກາງ, ອັນດັບ 3 ກອງບັນຊາການປ້ອງ ກັນທີ່ຕັ້ງ ແລະ ລາງວັນຊົມເຊີຍວຕປ, ປະເພດຄູ່ຊາຍຊະນະເລີດໄດ້ແກ່ ວຕປ, ຮອງຊະນະເລີດ ວສປ, ອັນດັບ 3 ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ, ລາງວັນຊົມເຊີຍ ກົມສື່ສານ, ປະເພດຊຸດຍິງ ຊະນະເລີດໄດ້ແກ່ ວຕປ, ຮອງຊະນະເລີດ ຫ້ອງວ່າການກະຊວງ, ອັນດັບ 3 ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ລາງວັນຊົມເຊີຍ ກອງບັນຊາການປ້ອງກັນສູນກາງ,ປະເພດຊຸດຊາຍຊະນະເລີດໄດ້ແກ່ ວສປ,ຮອງຊະນະເລີດ ກົມ 504, ອັນດັບ 3 ກອງ ບັນຊາການ ປກສ ນະຄອນຫຼວງວຽງຈັນ,ລາງວັນຊົມເຊີຍ ກົມຕໍາຫຼວດຄຸມຂັງ-ດັດສ້າງ.

 ກິລາວິຊາສະເພາະນຸ່ງເຄື່ອງແບບໄວ-ມ້າງ ແລະ ປະກອບປືນອາກ້າ ປະເພດຊາຍຊະນະເລີດໄດ້ແກ່ ວສປ, ຮອງຊະນະເລີດ ກົມໃຫຍ່ພະລາທິການ, ອັນ ດັບ 3 ກົມຕໍາຫຼວດຄຸມຂັງ-ດັດສ້າງ, ປະເພດຍິງຊະນະເລີດໄດ້ແກ່ ກົມໃຫຍ່ພະລາທິການ, ຮອງຊະນະເລີດ ກົມສື່ສານ ແລະ ອັນດັບ 3 ວສປ.

ພາບ-ຂ່າວ: ຈັນສະໝອນ ໝື່ສີ