ກົມໃຫຍ່ພະລາທິການ ມອບໃບຢັ້ງຢືນໜ່ວຍພັກ ແລະ ປະກາດເລື່ອນຊັ້ນ

0
741

ໃນວັນທີ 18 ມີນາ ຜ່ານມາ, ກົມໃຫຍ່ພະລາທິການ ປກສ  ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ແລະ ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ, ໂດຍການເປັນປະທານ ຂອງ ພົຈວ ໜູດີ ມີໄຊຍະລາດ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວ ໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພ້ອມດ້ວຍ ພະນັກກງານຫຼັກແຫຼ່ງນໍາພາບັນຊາ ແລະ ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນພິທີ, ພົຈວ ທອງສຸກ ຍ່າເອີລາວລີ ຄະນະປະຈໍາພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ຜ່ານບົດສະຫຼຸບວ່າ: ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ພະລາທິການ ໄດ້ເອົາໃຈໃສ່ ແລະ ຖືສໍາຄັນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດດ້ວຍຫຼາຍວິທີ, ຫຼາຍລະ ດັບ ເປັນຕົ້ນ ໄດ້ຈັດຕັ້ງນໍາພາຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄໍາສັ່ງ, ມູນເຊື້ອຂອງຊາດ ກໍຄື ຂອງກໍາລັງປ້ອງກັນຄວາມສະຫົງບ ແລະ ເອກະສານຕ່າງໆ ລວມມີ 19 ຄັ້ງ,ມີຜູ້ເຂົ້າຮ່ວມ 4.222 ເທື່ອຄົນ ຍິງ 2.294 ເທື່ອຄົນ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ ເພີ່ມພູນຜະລິດຜົນປູກຝັງລ້ຽງສັດ, ການຜະລິດທຸລະກິດຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ຈາກນັ້ນ,ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ລວມມີ 13 ໜ່ວຍພັກຮາກຖານຄື: ໜ່ວຍ ພັກຮາກຖານກົມການເງິນ;ໜ່ວຍພັກຮາກຖານກົມອຸປະໂພກ-ບໍລິໂພກ; ໜ່ວຍພັກຮາກຖານກົມຄຸ້ມຄອງຊັບສິນ-ທີ່ດິນ; ໜ່ວຍພັກຮາກຖານກົມຍຸດ ໂທ; ໜ່ວຍພັກຮາກຖານຫ້ອງການ; ໜ່ວຍພັກຈັດຕັ້ງ,ການແພດ, ກາຍຍະບໍາບັດ,ຖືກຫາ; ໜ່ວຍພັກອອກລູກ,ການຢາ,ວິເຄາະ,ລັງສີ-ວິທະຍາ; ໜ່ວຍພັກພາຍນອກ,ມໍລະສຸມ,ຢາສະຫຼົບແລະແຂ້ວ;ໜ່ວຍພັກຮາກຖານກົມເຊື້ອໄຟ,ໜ່ວຍພັກຮາກຖານກົມເສນາຮັກ;ໜ່ວຍພັກຮາກຖານຫ້ອງການເມືອງ; ໜ່ວຍພັກຮາກຖານກົມແຜນການ ແລະ ໜ່ວຍພັກຮາກຖານກອງກໍ່ສ້າງ-ສ້ອມແປງ

ໃນກອງປະຊຸມຍັງ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມໃຫຍ່ພະລາທິການ ປກສ.ໃນນີ້, ເລື່ອນຊັ້ນພັນຕີ ຂຶ້ນພັນໂທ ຈໍານວນ 5 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນພັນຕີ ຈໍານວນ 5 ສະຫາຍ ຍິງ 1 ສະຫາຍ ແລະ  ເລື່ອນຊັ້ນ ຮ້ອຍໂທຂຶ້ນຮ້ອຍເອກ ຈໍານວນ 30 ສະຫາຍ ຍິງ 12 ສະຫາຍ.