ຫ້ອງກຳມະບານກອງທັບ ມອບຄອມພິວເຕີໃຫ້ຫ້ອງກໍາມະບານ ປກສ

0
580

ວັນທີ 19 ມີນາ 2021, ຫ້ອງກໍາມະບານ ກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ໄດ້ມອບເຄື່ອງໃຊ້ຫ້ອງການໃຫ້ຫ້ອງກໍາມະບານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ,ຕາງໜ້າມອບໂດຍ ພັທ ບຸນປອງ ອຸດທະຈັນດີ ຫົວໜ້າຫ້ອງກໍາມະບານກອງທັບ ແລະ ຕາງໜ້າຮັບໂດຍ ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກໍາມະບານ ປກສ, ມີຕາງໜ້າໜ່ວຍກໍາມະບານ ພ້ອມດ້ວຍກໍາມະບານຮາກຖານອ້ອມຂ້າງເຂົ້າຮ່ວມ.

ພັທ ບຸນປອງ ອຸດທະຈັນດີ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີ 1 ຊຸດ ແລະ ເຄື່ອງປິນເຕີ 1 ເຄື່ອງ ລວມມູນຄ່າ 5.300.000 ກີບ ແລະ ມອບເປັນເງິນຈຳນວນ 1.000.000 ກີບ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ກໍຄື ການປະຕິບັດໜ້າທີ່ວຽກງານຂອງຫ້ອງກໍາມະບານ ປກສ ໃຫ້ມີຄວາມສະດວກສະບາຍຂຶ້ນຕື່ມ ແລະ ເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນ,ຮັກສາໄດ້ມູນເຊື້ອສາມັກຄີຮັກແພງຂອງ ສອງກໍາລັງປະກອບອາວຸດ ເວົ້າສະເພາະແມ່ນຫ້ອງກໍາມະບານກອງທັບ ກັບຫ້ອງກໍາມະບານ ປກສ ໃຫ້ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ໂອກາດນີ້, ພັອ ວັນນະເລດ ບຸດຕະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຫ້ອງກໍາມະບານກອງທັບ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເວົ້າສະເພາະແມ່ນວຽກງານກໍາມະບານ ປກສ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມນີ້, ກໍອວຍພອນໄຊໃຫ້ບັນດາສະຫາຍໃນຫ້ອງກໍາມະບານກອງທັບ ຈົ່ງມີສຸຂະພາບແຂງແຮງ  ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດທີ່ໄດ້ຮັບການມອບໝາຍ.

ພາບ-ຂ່າວ: ຄຳໂຖ ວັນນະລາດ