ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ມີນາ 2021, ໄດ້ຮັບແຈ້ງຄວາມຈາກ ນາງ ວາດສະ ໜາ ໄຊຍະປັດ ອາຍຸ 31 ບ້ານລົມສັກໃຕ້ ເມືອງບາຈຽງ ແຂວງຈຳປາສັກ ວ່າ: ໃນຄັ້ງວັນທີ 4 ມີນາ 2021, ເວລາ 8:00 ໂມງ ໄດ້ມີ ທ້າວ ພອນປະເສີດ ຫຼື ຈ໋ອງ ອາຍຸ 26 ປີ ບ້ານໂຊກອໍານວຍ ນະຄອນປາກເຊ ມາຢືມລົດນຳຜູ້ກ່ຽວແລ້ວບໍ່ມາສົ່ງຄືນ. ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນຕິດຕາມເປົ້າໝາຍທີ່ສົງໄສ. ມາຮອດວັນທີ 7 ມີນາ 2021, ຈຶ່ງ ສາ ມາດກັກຕົວຜູ້ກ່ຽວ ພ້ອມລົດຈັກ 3 ໄປດຳເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ພອນປະເສີດ ສາລະພາບວ່າ: ໄດ້ເຄື່ອນໄຫວສໍ້ໂກງຊັບຂອງພົນລະເມືອງມາແລ້ວຫຼາຍຄັ້ງຄື: ໃນເດືອນກຸມພາ 2021, ຜູ້ກ່ຽວໄດ້ໄປເຮັດວຽກຢູ່ໂຮງງານແກັດ ຕັ້ງຢູ່ບ້ານຫຼັກ 14 ເມືອງບາຈຽງ ແລະ ໃນວັນທີ 4 ມີ ນາ 2021, ໄດ້ໄປຢືມລົດຈັກເວບຮ້ອຍສີຟ້າ-ດຳ ປ້າຍທະບຽນ ຈພ 0622 ຈຳປາສັກ ຈາກ ນາງ ວາດສະໜາ ໄຊຍະປັດ. ຈຸດປະສົງວ່າ: ຈະໄປຂໍເງິນນຳພໍ່ຢູ່ໂຮງໝໍ 106; ພາຍຫຼັງໄດ້ແລ້ວກໍນໍາເອົາລົດຄັນດັ່ງກ່າວ ໄປຂາຍໃນລາຄາ 1.200.000 ກີບ. ວັນທີ 5 ມີນາ 2021, ໄດ້ໄປຢືມລົດຈັກຮອນດາເວບຮ້ອຍສີຟ້າ-ດຳ ທະບຽນ ຈມ 2729 ຈຳປາສັກ ນໍາ ນາງ ວາດສະໜາ ພິມງາມ ອາຍຸ 39 ປີ ບ້ານຫ້ວຍໂດນ ເມືອງໂພນທອງ ວ່າ: ຈະໄປຊື້ປີ້ງແບ້ຢູ່ບ້ານຄັນແຍງ ເມືອງໂພນທອງ ເມື່ອໄດ້ລົດແລ້ວກໍເອົາໄປຂາຍຕໍ່ໃນລາຄາ 1.700.000 ກີບ ແລະ ມື້ຕໍ່ມາ, ໄດ້ຢືມລົດຈັກຮອນດາເວບຮ້ອຍ ສີຟ້າປ້າຍທະບຽນ ປກສ 0181 ນຳນາງ ວຽງສະຫວັນ ບຸດສະບາ ອາຍຸ 54 ປີ ບ້ານທ່າຫຼວງ ນະຄອນປາກເຊ ວ່າ: ຈະໄປຫາໝູ່ຢູ່ບ້ານຄັນແຍງ ເມືອງໂພນທອງ ເມື່ອໄດ້ລົດກໍຂັບຂີ່ໄປທາງບ້ານຄັນແຍງ ຈຸດປະສົງເພື່ອຈະເອົາລົດໄປຂາຍ.

ພາຍຫຼັງທີ່ໄດ້ເງິນຈາກການຂາຍລົດທັງ 3 ຄັນແລ້ວ ກໍນໍາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ. ມາຮອດວັນທີ 7 ມີນາ 2021, ຈຶ່ງຖືກເຈົ້າໜ້າທີ່ພະແນກສືບສວນ-ສອບສວນກັກຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຕໍ່ການກະທຳດັ່ງກ່າວແມ່ນເປັນການກະທຳຜິດເປັນອາຈີນ, ເຊິ່ງຜິດຕໍ່ມາດຕາ 233 ຂອງປະມວນກົດໝາຍອາຍາທີ່ ແຕະຕ້ອງເຖິງກຳມະສິດຊັບສິນຂອງບຸກຄົນອື່ນນອກນັ້ນ, ຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ.

ປັດຈຸບັນ, ລົດຈັກທັງ 3 ຄັນແມ່ນສາມາດເກັບກູ້ຄືນໄດ້ ແລະ ມອບຄືນໃຫ້ເຈົ້າຂອງເດີມໃນວັນທີ 10 ມີນາ 2021, ກ່າວມອບໂດຍ ຮທ ປະສິດ ບຸນທະວີ ພະນັກງານສືບສວນ-ສອບສວນ.