ຫ້ອງການເມືອງປ້ອງກັນສູນກາງ ສະຫຼຸບວຽກງານປະຈໍາປີ

0
828

ວັນທີ 23 ມີນາ ຜ່ານມາ,ຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021,ໂດຍການເປັນປະທານ ຂອງ ພັທ ສູນເພັງ ສິນທະວອນ ຫົວໜ້າຫ້ອງການເມືອງ ປກ, ມີ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະພັກຄະນະກົມ ແລະ ພະນັກງານນັກຮົບພາຍໃນຫ້ອງການເມືອງ ປກເຂົ້າຮ່ວມ.

ພັທ ສູນເພັງ ສິນທະວອນ ໄດ້ຂຶ້ນຜ່ານບົດສະຫຼຸບ ໂດຍຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະຫ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານນັກຮົບໃນຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າດ້ວຍຫຼາຍຮູບການ ເຮັດໃຫ້ພະນັກງານນັກຮົບມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນເຂັ້ມງວດມີຄວາມຮັບຜິດຊອບສູງ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ສະແດງອອກໃນຜົນງານຕົວຈິງ ຄື: ວຽກງານນະໂຍບາຍ ແລະ ປະກັນສັງຄົມໄດ້ເປັນເຈົ້າການຄົ້ນຄວ້ານໍາສະເໜີຂັ້ນເທິງເພື່ອປະຕິບັດນະໂຍບາຍ ເຊັ່ນ: ຍ້ອງ ຍໍ, ພັກຜ່ອນບໍານານ, ລາພັກປະຈໍາປີ, ສ້າງຄອບຄົວປະຕິບັດນະໂຍ ບາຍເບິ່ງແຍງຜູ້ທີ່ເຈັບເປັນ ແລະ ເສຍຊີວິດ;​ ນອກນັ້ນ,​ ຍັງໄດ້ເອົາໃຈໃສ່ໃນການປະສານວຽກງານກັບບັນດາຫ້ອງ,ກ້ອງຮ້ອຍອ້ອມຂ້າງ; ພະແນກຈັດຕັ້ງກໍ່ສ້າງກຳລັງ ແລະ ໂຄສະນາອົບຮົມໄດ້ເອົາໃຈໃສ່ຄົ້ນຄວ້າວາງແຜນ ປັບປຸງການຈັດຕັ້ງ, ບັນດາຫ້ອງ, ກອງຮ້ອຍ ໂຮງຮຽນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານພ້ອມກັນເອົາໃຈໃສ່ໃນການຕິດຕາມການຮຽນການສອນຂອງນັກຮຽນ ຮຸ່ນທີ 21ແລະ ຄົ້ນຄວ້າສັບຊ້ອນພະນັກງານ ເພື່ອບັນຈຸເຂົ້າໃສ່ແຕ່ລະຕໍາແໜ່ງງານໂດຍອີງໃສ່ຄວາມຮູ້ຄວາມສາມາດຕົວຈິງ.

ທິດທາງແຜນການໃນປີ 2021, ຄະນະພັກຄະນະຫ້ອງ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດຂອງພະນັກງານນັກຮົບ ໃນຂົງເຂດຄວາມຮັບຜິດ ຊອບຂອງຕົນຢ່າງຕັ້ງໜ້າ ດ້ວຍຫຼາຍຮູບການຫຼາຍວິທີການໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເອົາໃຈໃສ່ຄຸ້ມຄອງແນວຄິດຕໍ່ພະນັກງານນັກຮົບທົ່ວຫ້ອງການເມືອງ ກໍຄື ອ້ອມຂ້າງກອງບັນຊາການໃຫ້ມີແນວຄິດການເມືອງໜັກແໜ້ນ, ມີອຸ່ນອຽນ; ເປັນຫ້ອງທີ່ມີຄວາມໜັກແໜ້ນທາງດ້ານການເມືອງ ແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງນຳພາປະຕິບັດລະບຽບຢ່າງເຂັ້ມງວດ.

 ເປັນເຈົ້າການຄົ້ນຄວ້າ ນຳສະເໜີຂັ້ນເທິງປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານນັກຮົບ ໃນກອງບັນຊາການປ້ອງກັນສູນກາງ, ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຕໍ່ພະນັກງານຂັ້ນຕ່າງໆ ເປັນເຈົ້າການຍ້ອງຍໍເລື່ອນຊັ້ນ, ຍ້ອງຍໍຜົນງານປະຈຳປີ, 5 ປີ, 10 ປີ ຂອງກໍາລັງ, ນະໂຍບາຍລາພັກປະ ຈຳປີ, ພະນັກງານພັກຜ່ອນຮັບບຳນານ, ເອົາໃຈໃສ່ ຕິດຕາມຄິດໄລເງິນອຸດໜູນບໍໍານານ, ເງິນປະກັນສັງຄົມ ໃຫ້ທັນກັບເວລາ, ເອົາໃຈໃສ ຊ່ວຍເຫຼືອເບິ່ງແຍງຕໍ່ຜູ້ທີ່ເຈັບເປັນ ແລະ ເສຍຊີວິດ,ປະຕິບັດເສຍເງິນພັນທະ,ນະໂຍ ບາຍຕ່າງໆໃຫ້ທົ່ວເຖິງ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ