ພິທີປະກາດບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ້ານສາມັກຄີປອງດອງ ຈັດຂຶ້ນໃນວັນທີ 19 ມີນາ 2021; ເຂົ້າຮ່ວມໂດຍ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ; ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ, ມີ ທ່ານ ວົງເດືອນ ແພງສີແກ້ວ ຮອງປະທານແນວລາວສ້າງຊາດບ້ານດົງສ້າງຫີນ, ມີຫ້ອງການພາຍໃນເມືອງ, ພ້ອມດ້ວຍເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ທຸຍ ໄຊຍະວົງ ນາຍບ້ານດົງສ້າງຫີນ ໄດ້ລາຍງານໂດຍກ່ຽວກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາວ່າ: ພາຍຫຼັງໄດ້ມີຄຳແນະນຳເລກທີ 033 /ສພຊ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ຄະນະໜ່ວຍພັກຂອງບ້ານໄດ້ສົມທົບກັບແນວລາວສ້າງຊາດບ້ານ ແລະ ອົງການປົກຄອງບ້ານ ໄດ້ນຳເອົາມາດຖານມາສຶກສາອົບຮົມໃຫ້ປະຊາຊົນແຕ່ລະຄອບຄົວ ເພື່ອກຳແໜ້ນ ແລະ ພ້ອມກັນຈັດຕັ້ງປະຕິບັດ; ບ້ານດົງສ້າງຫີນ ປະກອບມີ 513 ຄອບຄົວ, ມີ 581 ຫຼັງຄາ, ມີພົນລະເມືອງທັງໝົດ 2.478 ຄົນ ຍິງ 1.278 ຄົນ, ຜ່ານການປະເມີນມາດຖານເງື່ອນໄຂການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງສາມາດປະຕິບັດໄດ້ 86%.

ໃນພິທີ, ທ່ານ ວົງເດືອນ ແພງສີແກ້ວ ຮອງປະທານແນວລາວສ້າງຊາດບ້ານດົງສ້າງຫີນ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງ ຈັນລົງວັນທີ 1064/ຈນວ, ລົງວັນທີ 16 ທັນວາ 2019 ວ່າດ້ວຍການຮັບຮອງບ້ານສາມັກຄີປອງດອງ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນແລະ ຂໍ້ຕົກລົງຂອງເຈົ້າເມືອງໄຊທານີ ສະບັບເລກທີ 121/ຈມ.ຊທນ, ລົງວັນທີ 3 ພະຈິກ 2019 ວ່າດ້ວຍການຢັງຢືນບ້ານດົງສ້າງຫີນ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນບ້ານທີ 19 ຂອງເມືອງໄຊທານີ ແລະ ເປັນບ້ານທີ 260 ຂອງນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ຖະໜອມ ທຳທອງ ປະ ທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ.