ວັນທີ 23 ມີນາ 2021, ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 12 ສະຫາຍ, ໂດຍການເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກຄະນະບັນຊາ,ພ້ອມດ້ວຍຫ້ອງ, ພະ ແນກ ແລະ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ ເລກທີ 0470/ປກສ, ເລກທີ 471/ ປກສ, ເລກທີ 472/ປກສ, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈຳນວນ 12 ສະຫາຍ.ໃນນີ້, ພັນຕີ ຂຶ້ນພັນໂທ 2 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 5 ສະຫາຍ,ຮ້ອຍໂທ ຂຶ້ນຮ້ອຍເອກ 5 ສະຫາຍ ແລະ ຊັ້ນ II ຂຶ້ນເປັນຊັ້ນ Iຈຳນວນ1 ສະຫາຍ ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍຕຳຫຼວດ ຜູ້ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດ ຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫົງບປະຊາຊົນ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງວ່າການ ກະຊວງ ປກສ ເລກທີ 917/ຫວກ,ລົງວັນທີ 22 ມີນາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດເປັນຫົວໜ້າພະແນກ ແລະ ຮອງຫົວໜ້າພະແພກ ຢູ່ບັນດາກົມ, ຫ້ອງທີ່ຂຶ້ນກັບຫ້ອງວ່າການ ກະຊວງ ປກສ.ໃນນີ້, ໄດ້ແຕ່ງຕັ້ງ ຮ້ອຍເອກ ນາງ ເຟື້ອງຟ້າ ກົງມາລາວົງ ເປັນຮອງພະແນກພັກ-ອົງການຈັດຕັ້ງມະຫາຊົນ, ຮ້ອຍເອກ ນາງ ສົມພູ ພິມມະວົງ ເປັນຮອງພະແນກອຸປະໂພກ-ບໍລິໂພກ, ຮ້ອຍ ເອກ ໄນຄຳ ພົມສຸວັນ ເປັນຮອງຫົວໜ້າພະແນກບໍລິຫານ-ຈັດຕັ້ງ,ພັນຕີ ສຸກໃຈ ທອງຄຳສຸກ ເປັນຫົວໜ້າພະແນກເກັບກຳ-ສະຫຼຸບຂ່າວຮັບໃຊ້ການນຳ.

ຮ້ອຍເອກ ອຳພອນ ສົມວິໄລ ເປັນຮອງ, ພັນຕີ ແກ້ວອຸດອນ ກັນຍາວົງ ເປັນຫົວໜ້າ ກອງຮ້ອຍປ້ອງກັນ, ຮ້ອຍເອກ ວຽງ ອິນທະແສງ, ຮ້ອຍເອກ ນາຄະປັນຍາ ທະນາດາບຸດ ເປັນຮອງ, ຮ້ອຍເອກ ສີ ສະຫວັດ ເທບວົງສາ ເປັນຮອງພະແນກຮ່ວມມືລາວ-ຈີນ, ຮ້ອຍເອກ ເສນາລັກ ທິບພະລາວັນ ເປັນຮອງພະແນກເອີລົບ-ອາເມລິກາ, ຮ້ອຍເອກ ສາງເງິນ ລາວຜາສຸກ ເປັນຮອງພະແນກສ້ອມແປງ, ຮ້ອຍເອກ ນາງ ສຸກສາຄອນ ຄໍາບຸນຜອງ ເປັນຮອງພະ ແນກບໍລິຫານ-ສັງລວມ, ຮ້ອຍເອກ ວິໄວທອງ ອິນພົມ ເປັນຮອງພະແນກແຜນການ-ປະສານງານ ແລະ ຮ້ອຍເອກ ຈັນທະໝອນ ສອນວິໄລ ເປັນຮອງພະແນກສົນທິສັນຍາ, ສ່ວນຫົວໜ້າ ແລະ ຮອງ ທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພາບ-ຂ່າວ: ຄຳໂຖ ວັນນະລາດ