ວັນທີ 18 ກຸມພາ 2020, ພະແນກຕຳຫຼວດສິ່ງແວດລ້ອມ ປກສ ແຂວງ ຫຼວງນ້ຳທາ ໄດ້ຈັດພິທີທຳລາຍຢາສູບທີນຳເຂົ້າບໍ່ຖືກຕ້ອງຕາມກົດ ໝາຍ, ມີ ພັທ ອຳໄພ ສໍສະຫວັນແສງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ມີຫົວໜ້າພະແນກຕຳຫຼວດເສດຖະກິດ, ພ້ອມດ້ວຍຜູ້ຕ່າງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ພັຕ ຄຳມະນີ ສີແສງພວງ ຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ແຂວງ ໃຫ້ຮູ້ວ່າ: ໃນວັນທີ 27 ມັງກອນ 2021, ເຈົ້າໜ້າທີ່ ປກສ ທີ່ປະຈຳປ້ອມກວດກາກີວລົມ ໄດ້ກັກລົດຕົງພົງສີຟ້າ ໝາຍທະບຽບ ບຂ 0548 ຫຼວງນໍ້າທາ ຂັບຂີ່ໂດຍ ທ້າວ ຫວາງທາວ ອາຍຸ 50 ປີ ຄົນຈີນ ອາຊີບນັກທຸລະກິດ ຢູ່ເມືອງສິງ ແຂວງຫຼວງນ້ຳທາ ພ້ອມທັງຢຶດຢາສູບ ຈຳນວນ 112 ແກັດ ຜູ້ກ່ຽວໄດ້ຮັບເໝົາຂົນສົ່ງແຕ່ເມືອງສິງ ຫາ ເທດສະບານແຂວງ ໄດ້ຄ່າຈ້າງ 1 ລ້ານກີບ.

ຢາສູບທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ທໍາລາຍຖິ້ມໃນຄັ້ງນີ້, ມີຢາສູບຈີນ ຈຳນວນ 112 ແກັດ ລວມມູນຄ່າ 61.000 ຢວນ ຫຼື ປະມານ 97 ລ້ານກວ່າກີບ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ບໍ່ມີເອກະສານອ້າງອີງເສຍພາສີນຳເຂົ້າຖືກຕ້ອງ, ສ່ວນເຈົ້າຂອງຢາສູບແມ່ນຊື່ ນາງ ມະລິ ແລະ ນາງ ເອື້ອນ ທັງ 2 ແມ່ນຢູ່ບ້ານຊຽງກົກໃໝ່ ເມືອງລອງ ແຂວງຫຼວງນ້ຳທາ, ເຊິ່ງເຈົ້າໜ້າທີ່ໄດ້ນຳມາສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບແລ້ວ.

ການຈູດທຳລາຍສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງໃນຄັ້ງນີ້ ກໍເພື່ອເປັນການຮັດກຸມດ້ານລະບຽບການພວກສວຍໂອກາດລັກລອບນຳເຂົ້າ-ສົ່ງອອກ ໃຫ້ຢຸດຕິການກະທຳດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.