ສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ

0
1306

ພິທີສະເຫຼີມສະຫຼອງ ວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ  ( 22 ມີນາ 1961-2021 ) ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົອ ຈັນສະໜອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ,ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ການນໍາພັກ-ລັດ, ພ້ອມດ້ວຍນາຍແລະພົນຕໍາຫຼວດສອງຊາດເຂົ້າຮ່ວມ.

ສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກ່າວປາໄສວ່າ: ສປປ ລາວ ແລະ ຫວຽດນາມ ຖືກກົດຂີ່ຂູດຮີດຈາກພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ປະຊາຊົນສອງຊາດຕົກໃນຊາຕາກໍາດຽວ ກັນ ແລະ ຄຽງບ່າຄຽງໄຫຼ່ຕໍ່ສູ້ຕ້ານຈັກກະພັດໂຕດຽວກັນ; ໃນປີ 1961 ກະຊວງປ້ອງກັນກັນຄວາມສະຫງົບຫວຽດນາມ ໄດ້ສົ່ງໜ່ວຍປະຕິບັດງານມາຊ່ວຍ ສປປ ລາວ ເອີ້ນວ່າໜ່ວຍຊ່ຽວຊານປ້ອງກັນຄວາມສະຫງົບ.ຈາກນັ້ນ, ກໍໄດ້ປະກອບຊ່ຽວຊານຕື່ມອີກຈໍານວນໜຶ່ງ. ໃນໄລຍະນີ້, ຊ່ຽວຊານປ້ອງ ກັນຄວາມສະຫງົບຫວຽດນາມ ໄດ້ຄົ້ນຄ້ວາຊ່ວຍສູນກາງພັກ ປະຊາຊົນລາວ ທາງດ້ານວຽກງານປ້ອງກັນຄວາມສະຫງົບ ຮັບໃຊ້ໃຫ້ແກ່ການຕໍ່ສູ້ປົດ ປ່ອຍຊາດ ໃນເບື້ອງຕົ້ນກໍາລັງປ້ອງກັນຄວາມສະຫງົບລາວ ມີພຽງຢູ່ 2 ແຂວງເຕົ້າ ໂຮມ ແຕ່ຍ້ອນການອູ້ມຊູຊ່ວຍເຫຼືອຈາກກຳລັງຊ່ຽວຊານຫວຽດ ນາມ ກໍາລັງປ້ອງກັນຄວາມສະຫົງບລາວໄດ້ເຕີບໃຫຍ່ ແລະ ເຮັດໜ້າທີ່ຮັບໃຊ້ຊາດ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ. ກໍາລັງຊ່ຽວຊານຫວຽດນາມ ໄດ້ຊ່ວຍສ້າງພະນັກງານຂອງກໍາລັງປ້ອງກັນຄວາມສະຫົງບລາວໃນເວລານັ້ນ ກວມ 75%.

ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ການກໍາເນີດ ແລະ ເຕີບໃຫຍ່ຂອງຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາລາວ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ, ໄດ້ປະກອບສ່ວນຢັ້ງຢືນເຖິງປະຫວັດສາດການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ສະເໝີຕົ້ນສະເໝີປາຍ ປະ ກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນອັນສະໜິດໜົມບໍ່ມີວັນຈືດຈາງ ໂດຍໄດ້ຮັບການຫລໍ່ຫຼອມຜ່ານຕົວຈິງຈາກເຫື່ອແຮງເລືອດເນື້ອຂອງບັນດາພະນັກງານ-ນັກຮົບວິລະຊົນ, ດ້ວຍຄວາມສູ້ຊົນ ແລະ ເສຍສະຫຼະຂອງຫຼາຍຮຸ້ນຄົນ ທັງຫວຽດນາມ ແລະ ລາວ ພ້ອມ ກັນຕໍ່ສູ້ສັດຕູຕົວດຽວກັນ ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະຊາດ, ການພົວພັນລາວ-ຫວຽດນາມ ໄດ້ກາຍເປັນແບບສະບັບຂອງການພົວພັນສາກົນ ສັດຊື່ບໍລິສຸດ,ຜ່ອງໃສເປັນເຫງົ້າພະລັງ ແລະ ເປັນປັດໄຈທີ່ຮັບປະກັນໄຊຊະນະໃນພາລະກິດປະຕິວັດຂອງແຕ່ລະປະເທດພວກເຮົາ.

ສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ກ່າວຕື່ມວ່າ: ເນື່ອງໃນໂອກາດນີ້, ຂ້າພະເຈົ້າຕາງໜ້າໃຫ້ພັກ-ລັດ ແລະ ກຳລັງປ້ອງກັນຄວາມສະ ຫງົບ ຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ພິເສດແມ່ນຕໍ່ກະຊວງປ້ອງກັນຄວາມສະຫງົບຫວຽດນາມ, ພະນັກງານປ້ອງກັນຄວາມສະຫງົບຫວຽດນາມ ທີ່ມາເຮັດໜ້າທີ່ ປະຈຳຢູ່ລາວ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຕະຫຼອດ 60 ປີ ທີ່ຜ່ານມາ.

ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ບາ ຮຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ກ່າວຊົມເຊີຍ ວ່າ: ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ,ພະນັກງານຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນຜົນງານລວມ ຂອງກະຊວງປ້ອງກັນຄວາມສະຫງົບຫວຽດນາມ,ໃນວຽກງານການຮ່ວມມືຮອບ ດ້ານລະຫວ່າງກໍາລັງປ້ອງກັນຄວາມສະຫງົບ ຫວຽດ ນາມ-ລາວ,ຂ້າພະເຈົ້າ ຮູ້ວ່ານັບແຕ່ວັນທໍາອິດ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ແຕ່ງຕັ້ງບັນດາພະນັກງານຊ່ຽວຊານທີ່ເກັ່ງ ແລະ ມີປະ ສົບການຫຼາຍມາຊ່ວຍເພື່ອນລາວ, ບັນດາພະນັກງານຊ່ຽວ ຊານ ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ,ລໍາບາກ ແລະ ພ້ອມທີ່ຈະເສຍສະຫຼະ,ຕັດສິນໃຈຂ້າມຜ່ານຄວາມທຸກຍາກ,ລໍາບາກ, ຮັດແໜ້ນຮ່ວມມືກັບກໍາລັງປະກອບອາວຸດຂອງລາວ ແລະ ຫຼາຍຂົງເຂດການຮ່ວມມື ເພື່ອກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ມາຮອດປັດຈຸບັນ ການຮ່ວມມືຮອບດ້ານ ລະຫວ່າງ ກໍາລັງປ້ອງກັນຄວາມສະຫງົບ ສອງປະເທດ ນັບມື້ກ້າວເຂົ້າສູ່ລວງເລິກ ນໍາມາເຊິ່ງຜົນສໍາເລັດຢ່າງມີປະສິດທິຜົນ.

ໃນຕໍ່ໜ້ານີ້, ຂ້າພະເຈົ້າຫວັງວ່າ ກໍາລັງປ້ອງກັນຄວາມສະຫງົບ ສອງປະເທດ ຈະສືບຕໍ່ຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ໃນທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ, ໂດຍສະເພາະການຮ່ວມມືວຽກງານກໍ່ສ້າງກໍາລັງ, ວຽກງານຈັດຕັ້ງກໍາລັງ, ການຊ່ວຍເຫຼືອດ້ານອຸ ປະກອນເຕັກນິກວິຊາສະເພາະຮັບໃຊ້ເຂົ້າໃນວຽກງານຮັບປະກັນຄວາມສະຫງົບຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ແຕ່ລະປະເທດ ພ້ອມຈະໃຫ້ການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາລາວ ເຮັດສໍາເລັດທຸກໜ້າທີ່ຂອງຕົນ, ເປັນຂົວຕໍ່ໃນການປະຕິບັດບັນດາແຜນ ການຮ່ວມມືລະຫວ່າງສອງກໍາລັງປ້ອງກັນຄວາມສະຫງົບ ປະກອບສ່ວນສ້າງປະຫວັດສາດໜ້າໃໝ່ ທີ່ອົງອາດກ້າຫານ ກ່ຽວກັບຄວາມສາມັກຄີແບບພິເສດ ແລະ ການຮ່ວມສໍາພັນສູ້ຮົບໜຽວແໜ້ນລະຫວ່າງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນຫວຽດ ນາມ ແລະ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເພື່ອຊີວິດການເປັນຢູ່ ເພື່ອຄວາມສຸກຂອງປະຊາຊົນສອງປະເທດ.

ສະຫາຍ ຫງວຽນ ບາ ຮຸງ ໄດ້ຕາງໜ້າໃຫ້ພະນັກງານທົ່ວສະຖານທູດຫວຽດນາມ, ບັນດາພະນັກງານປ້ອງກັນຄວາມສະຫງົບຫວຽດນາມ ທີ່ກໍາລັງປະ ຕິບັດໜ້າທີ່ຢູ່ລາວກ່າວແດງຄວາມຂອບໃຈ ມາຍັງພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມໃນແຕ່ລະໄລຍະ, ພິເສດຂໍສະແດງຄວາມຂອບໃຈມາຍັງກໍາລັງປ້ອງກັນຄວາມສະຫງົບລາວອ້າຍນ້ອງ ຍາມໃດກໍຄຽງບ່າຄຽງໄຫຼ່ ຮ່ວມກັບຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ,ລໍາບາກຕະຫຼອດໄລຍະເວລາຜ່ານມາ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ຂອງສອງປະເທດ ເພື່ອຊີວິດການເປັນຢູ່ທີ່ສະຫງົບ ເພື່ອຄວາມຜາສຸກຂອງປະຊາຊົນສອງຊາດຫວຽດນາມ-ລາວ.

ໃນໂອກາດດຽວກັນນີ້, ສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ຕາງໜ້າໃຫ້ລັດຖະບານ ສປປ ລາວ ມອບຫຼຽນໄຊ ອິດສະຫຼະ ຊັ້ນ II ແລະ ຊັ້ນ III ໃຫ້ບຸກຄົນ ແລະ ກົມກອງລວມໝູ່.