ແຂ່ງຂັນກິລາຍິງປືນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
1408

ວັນທີ 25 ມີນາ 2021,ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບບໍລິສັດບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດໄດ້ຈັດການແຂ່ງຂັນກິລາຍິງປືນອ້ອມຂ້າງ ກະຊວງ ປກສ ຊີງຂັນທ່ານລັດຖະມົນຕີກະຊວງ ປກສ ເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ,ໂດຍມີ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ພ້ອມດ້ວຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແລະ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດບໍລິການຝຶກຊ້ອມກິລາຍິງປືນຈຳກັດ,ມີບັນດາຮອງລັດຖະມົນ ຕີ, ຄະນະພັກກະຊວງ, ຄະນະນຳກົມກອງອ້ອມຂ້າງກະ ຊວງ ປກສ, ພະນັກງານອາວຸໂສບຳນານ ແລະ ທີ່ຖືກເຊີນເຂົ້່າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ທັງເປັນຮອງຫົວໜ້າອະນຸກຳມະການຂະບວນການ ກ່າວວ່າ: ການຈັດງານແຂ່ງຂັນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພື່ອຂໍ່ານັບຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຜົນ ສຳເລັດຂອງບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາຂັ້ນແຂວງຊຸດທີ II ທີ່ສຳຄັນ ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ ໃຫ້ເປັນຂະບວນການຟົດຟື້ນ ເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນ.

ການແຂ່ງຂັນໄດ້ແບ່ງອອກເປັນ 4 ສາຍ ຄື:ສາຍການນຳ VIP1,ສາຍການນຳVIP2, ສາຍທົ່ວໄປ (ຍິງ-ຊາຍ) ແລະ ສາຍພະນັກງານບໍານານ-ອາວຸໂສ, ທັງນີ້ກໍເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດໄດ້ມີການຝຶກຊ້ອມການ ໃຊ້ປືນ ເຊິ່ງເປັນຍຸດທະສາດສຳຄັນຂອງກຳລັງປ້ອງກັນຄວາມສະຫງົບ, ທັງເປັນການສ້າງສັນຄວາມສາມັກຄີລະຫວ່າງນາຍ ແລະ ພົນຕຳຫຼວດ,ບັນດາກົມກອງອ້ອມຂ້າງ ແລະບັນດາກະຊວງອື່ນໆໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນກວ່າເກົ່າ.

ຜົນການແຂ່ງຂັນ ສຳລັບສາຍການນຳ VIP1 ອັນດັບ 1 ໄດ້ແກ່ ພົຕ ສະຫວ່າງໄຊ ສິນນາວົງ, ອັນດັບ 2 ພົຕ ວັນທອງ ກອງມະນີ, ອັນດັບ 3 ພົຈວ ສົມວັນ ສາຍລ້ອງພາ, ສາຍການນຳ VIP2 ອັນດັບ 1 ໄດ້ແກ່ ພົຈວ ສົມລິດ ດາວຮຸ່ງສຸລິ, ອັນດັບ 2 ພັອ ສຸລິນະ ແກ້ວປະເສີດ, ອັນດັບ 3 ພົຈວ ຄໍາສາຍ ຈັນທະວົງ ແລະ ສາຍ ພະນັກງານອາວຸໂສ-ບຳນານ ອັນດັບ 1 ໄດ້ແກ່ ພົຈວ ດວງປີ ດາມະນີວົງ,ອັນດັບ 2 ພັອ ພິມພາ ທິຖາວອນ, ອັນດັບ 3 ພັອ ຄໍາເຄື່ອງ ບຸນວິໄລ; ສາຍທົ່ວໄປຍິງ ອັນດັບ 1 ໄດ້ແກ່ ຮອ ນາງ ສຸກສາຄອນ ລາດຊະວົງ, ອັນດັບ 2 ຮອ ນາງ ໄພວອນ ວົງພະຈັນ, ອັນດັບ 3 ແມ່ນ ພັທ ນາງ ຄານໄຊ ພອນໄຊ ແລະ ສາຍທົ່ວໄປ ຊາຍ ອັນດັບ 1 ໄດ້ແກ່ ຮອ ພອນທະວີ ໂສວັດ, ອັນດັບ 2 ພັທ ຈັນທະວອນ ໂຄດຄຳວົງ ແລະ ອັນດັບ 3 ແມ່ນ ພັທ ໄຄສີ ມິດາພອນ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ