ກະຊວງ ປກສ ມີຄວາມພ້ອມ 100% ໃນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
984

ກອງປະຊຸມ ຄະນະຮັບຜິດຊອບກະກຽມຄວາມພ້ອມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບ ຮອບ 60 ປີ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ເປັນປະທານໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ມີຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອະນຸກໍາມະການທີ່ຖືກແຕ່ງຕັ້ງທີ່ມາຈາກບັນດາກົມກອງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ,ໃນກອງປະຊຸມໃຫ້ຮູ້ວ່າ ມາຮອດປັດຈຸບັນ ກະຊວງ ປກສ ແມ່ນມີຄວາມພ້ອມ 100% ໃນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ.

ກອງປະຊຸມ, ຍັງໄດ້ລາຍງານກ່ຽວກັບຄວາມຄືບໜ້າການເຄື່ອນໄຫວກະກຽມສະເຫຼີມສະຫຼອງວັນສ້າງຕັ້ງດັ່ງກ່າວຂອງບັນດາອະນຸກຳມະການດ້ານເນື້ອໃນ,ໂຄສະນາປາຖະກະຖາ,ຂະບວນການ, ພິທີການ-ຮັບແຂກ,ປ້ອງກັນ ແລະ ອະນຸກຳມະການດ້ານເສດຖະກິດ ປັດຈຸບັນ ເຫັນໄດ້ວ່າການໂຄສະນາປາ ຖະກະຖາຂອງແຕ່ລະກົມກອງ, ການ ຈັດຕັ້ງຂໍ້ແຂ່ງຂັນສ້າງຂະບວນການດ້ານຕ່າງໆ ໄປຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ ລະກົມກອງແມ່ນມີຜົນສໍາເລັດຢ່າງຈົບງາມ, ວຽກງານສິລະປະການສະແດງ, ພິທິການຮັບແຂກ ແລະ ວຽກງານປ້ອງກັນ ມາຮອດປັດຈຸບັນ ເຫັນວ່າວຽກງານຂໍ່ານັບຮັບຕ້ອນວັນດັ່ງກ່າວແມ່ນມີຜົນສໍາເລັດ ແລະ ມີຄວາມພ້ອມ 100%.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາອະນຸກໍາມະການດ້ານຕ່າງໆ ບໍ່ວ່າຈະເປັນທາງດ້ານເນື້ອໃນ ກໍຄື ດ້ານຂະບວນການ ທີ່ໄດ້ສຸມທຸກເຫື່ອແຮງເຂົ້າໃນການສະເຫຼີມສະຫຼອງວັນດັ່ງກ່າວ ແລະ ເພື່ອເຮັດໃຫ້ການສະເຫຼີມສະຫຼອງມີຜົນສໍາເລັດຢ່າງຈົບງາມນັ້ນ; ທ່ານໄດ້ມີຄໍາເຫັນຊີ້ນໍາບັນດາອະນຸກຳມະ ການກ່ຽວກັບການເຄື່ອນໄຫວຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ໃນມື້ແທ້ຕື່ມອີກ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ