ໃນວັນທີ 23 ມີນາ 2021 ນີ້; ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ ຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດເພື່ອຊາດ ຄົບຮອບ 75 ປີ (21/03/1946-21/ 03/2021) ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22/03/1955-22/03/2021) ທີ່ສະໂມສອນກອງບັນຊາການ ປກສ ແຂວງ; ເປັນປະທານ ແລະ ປາຖະກະຖາ ໂດຍ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ ຈາກ 7 ຫ້ອງ 1 ກອງ, ຕະຫຼອດຮອດ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນ ຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວວ່າ: ປີ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບ ຄືນມາຮຸກຮານລາວອີກຄັ້ງໃໝ່, ພວກ ເຂົາໄດ້ວ່ານໃບປິວລົງໃນຕົວເມືອງທ່າ ແຂກ; ເປີດສາກບຸກໂຈມຕີດ້ວຍກຳລັງປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມ ລະເບີດ, ຍິງປືນກົນກວາດລົງໃສ່ກາງ ເມືອງ ແລະ ຝຸງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດໃຫ້ຕົວເມືອງລຸກເປັນໄຟ; ພວກເຂົາໄດ້ຢຶດຄອງຕົວເມືອງທ່າແຂກ ແລະ ສ້າງໂທດກຳທີ່ບໍ່ມີວັນລືມໃຫ້ແກ່ປະຊາຊົນ ລາວ ໂດຍການເຂັ່ນຂ້າປະຊາຊົນລາວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ມານ, ຈັບເອົາເດັກນ້ອຍຍັດ ໃສ່ກະ ເປົາແລ້ວຖິ້ມລົງແມ່ນ້ຳຂອງເຮັດໃຫ້ນ້ຳຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ຍ້ອນການກະທຳທີ່ໄຮ້ມະ ນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງ ກ່າວ; ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍ ເປັນວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ ພວກລ່າເມືອງຂຶ້ນຜູ້ຮຸກຮານ.
ສຳລັບມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທ່ານໄດ້ຍົກໃຫ້ເຫັນ ວ່າ: ຕະຫຼອດໄລຍະ 66 ປີທີ່ຜ່ານມາ; ໂດຍຜ່ານ 3 ໄລຍະປະຫວັດສາດຄື: ໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955; ຜົນສໍາເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ເຂົ້າມາຮຸກຮານລາວ; ໂດຍປະຕິບັດ 3 ຄ້ອນຍຸດທະສາດໃນການລຸກຮື້ຂຶ້ນຢຶດອຳນາດທົ່ວປະເທດແບບ ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແລະ ປະ ກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ທັງນີ້, ການປາຖະກະຖາ ກໍເພື່ອສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂອງວັນຄຽດແຄ້ນປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ໃນ ການຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນລາວບັນດາເຜົ່າ; ເດັ່ນກ່ວາໝູ່ແມ່ນ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ມີມູນເຊື້ອໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.