ກົມໃຫຍ່ການເມືອງ ປກສ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

0
844

ວັນທີ 26 ມີນາ 2021, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ  ປະຈໍາປີ 2020 ໃຫ້ໜ່ວຍພັກຮາກຖານພັກອ້ອມຂ້າງ ຈຳນວນ 21 ໜ່ວຍພັກ, ເປັນປະທານໂດຍ ພົຈວ ຄຳສາຍ ຈັນທະວົງ ຄະນະພັກກະຊວງ ຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນຊາກົມ-ກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ພັທ ນວນ ເທບພະວົງ ຄະນະພັກຫ້ອງການເມືອງ ຮອງຫົວໜ້າຫ້ອງການເມືອງ ກ່າວວ່າ: ທົ່ວຄະນະພັກ ກົມໃຫຍ່ການ ເມືອງ ປກສ ມີ 13 ໜ່ວຍພັກຮາກຖານ, ມີ 3 ຄະນະພັກຮາກຖານ ແລະ 12 ໜ່ວຍພັກຂຶ້ນກັບ ໄດ້ແບ່ງປະເພດ 24 ຫົວໜ່ວຍ, ບໍ່ໄດ້ແບ່ງ 1 ໜ່ວຍ (ສ້າງຕັ້ງໃໝ່), ຜົນການຕີລາ ຄາແບ່ງປະເພດຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈຳນວນ 21 ໜ່ວຍພັກ ກວມ 87,5%, ໜ່ວຍພັກກາງ 3 ໜ່ວຍພັກ ກວມ 12,5% ບໍ່ໄດ້ແບ່ງມີ 1 ໜ່ວຍ (ສ້າງຕັ້ງໃໝ່), ຖ້າທຽບໃສ່ປີ 2019 ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກ 20 ຫົວໜ່ວຍ ມາເປັນ 21 ໜ່ວຍ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 1 ໜ່ວຍພັກ, ໜ່ວຍພັກກາງ ຈາກ 3 ໜ່ວຍພັກ ມາເປັນ 3 ເທົ່າກັນ ໜ່ວຍພັກອ່ອນປີກາຍກັບປີນີ້ແມ່ນບໍ່ມີ.

ໃນພິທີ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປິີ 2020 ສະບັບເລກທີ 25/ຄພປກສ,ລົງວັນທີ 26 ມັງກອນ 2021ຈຳນວນ 21 ໜ່ວຍພັກຮາກຖານ ຄື:ໜ່ວຍພັກຮາກຖານກົມໂຄສະນາອົບຮົມ, ໜ່ວຍພັກຮາກຖານກົມພັກ, ໜ່ວຍພັກຮາກຖານກົມຈັດຕັ້ງພະນັກງານ, ໜ່ວຍພັກຮາກຖານກົມກໍ່ສ້າງກຳລັງ, ໜ່ວຍພັກຮາກຖານກົມປ້ອງກັນກຳ ລັງ, ໜ່ວຍພັກຮາກຖານກົມນະໂຍ ບາຍ, ໜ່ວຍພັກຮາກຖານ ຫ້ອງການກົມໃຫຍ່, ໜ່ວຍພັກຮາກຖານຫ້ອງຊາວໜຸ່ມ, ໜ່ວຍພັກຮາກຖານຫ້ອງສະຫະພັນແມ່ຍິງ, ໜ່ວຍພັກຮາກຖານຫ້ອງກໍາມະບານ, ໜ່ວຍພັກຮາກຖານຫ້ອງການເມືອງ.

ກົມສື່ມວນຊົນ ປກສ ມີ: ໜ່ວຍພັກພະແນກບໍລິຫານ, ໜ່ວຍພັກກອງບັນນາທິການໜັງສືພິມ, ໜ່ວຍພັກກອງບັນນາ ທິການໂທລະພາບ, ໜ່ວຍພັກກອງບັນນາທິການວິທະຍຸ;ໂຮງຮຽນ ຫຼັກ 67 ມີ: ພັກພະແນກບໍລິຫານ, ໜ່ວຍພັກພະແນກສຶກສາ, ໜ່ວຍພັກພະແນກການເມືອງ-ຄຸ້ມຄອງ ແລະ ໂຮງ ຮຽນທິດສະດີການເມືອງ ມີ: ໜ່ວຍພັກພະນັກງານ, ໜ່ວຍພັກຄູ ແລະ ໜ່ວຍພັກຄຸ້ມຄອງການສຶກສາ

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ