ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງເຄື່ອນໄຫວຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກຕຳຫຼວດສິ່ງແວດລ້ອມ ຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 23 ມີນາ 2021; ນຳໂດຍ ພັທ ອານຸສິນ ສັກປະເສີດ ຮອງຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ພ້ອມດ້ວຍຄະນະ; ເຂົ້າຮ່ວມມີ ພັທ ລົມມາ ເພຍໄພ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ; ມີອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ກອງກວດ ກາປ່າໄມ້ແຂວງ, ຄະນະພະແນກຕຳຫຼວດ ສິ່ງແວດລ້ອມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງຊຸກຍູ້ໃນຄັ້ງນີ້, ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະຫຼຸບວຽກງານຕຳຫຼວດປະຈຳປີ 2020 ແລະ ທິດທາງແຜນການປີ 2021 ຂອງກົມໃຫ່ຍຕຳຫຼວດ ແລະ ກົມຕຳຫຼວດສິ່ງແວດລ້ອມ ໃຫ້ປະກົດຜົນເປັນຈິງ ພ້ອມທັງມີຜົນໄດ້ຮັບອັນເປັນຮູບປະທຳ; ປັບປຸງກົນໄກການປະສານງານຕາມລະບົບສາຍຕັ້ງລະຫວ່າງເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບດຽວກັນຖືກຕ້ອງຕາມຂັ້ນຕອນຂອງກົດໜາຍ; ມີຄວາມວ່ອງໄວຊັດເຈນ ແລະ ມີປະສິດຕິຜົນສູງ ເພື່ອຍົກສູງປະສິດຕິຜົນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນແກ້ໄຂ ແລະ ດຳເນີນຄະດີໃນຂົງເຂດຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນແມ່ນ ອາຊະຍາກຳສັດປ່າ ແລະ ປ່າໄມ້ ໃຫ້ແກ່ບັນດາພະແນກຕຳຫຼວດສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ.

ໃນພິທີ ຍັງໄດ້ເຜີຍແຜ່ບັນດາເອກະສານສຳຄັນ ຄື: ຮ່າງພາລະບົດບາດກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ແບບ ຟອມການດຳເນີນຄະດີ ແລະ ແບບຟອມບົດລາຍງານປະຈຳເດືອນ; ພ້ອມດຽວກັນນີ້, ໄດ້ມີການປຶກສາຫາລື ແລະ ກໍານົດທິດທາງແຜນການ, ມາດຕະການໃນ ການສືບສວນ-ສອບສວນ ແລະ ແກ້ໄຂເປົ້າໝາຍການກະທໍາຜິດກ່ຽວກັບລັກລອບຄ້າຂາຍສັດປ່າຫວງຫ້າມ; ແລກປ່ຽນຂໍ້ມູນແຫຼ່ງຂ່າວເປົ້າໝາຍການການກະທຳຜິດກ່ຽວກັບອາຊະຍາກຳສິ່ງແວດລ້ອມ, ປະກອບຄຳຄິດເຫັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກພາກສະເໜີ ແລະ ໄດ້ກຳນົດ ທິດທາງແຜນການໃນຕໍ່ໜ້າ.