ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ຮັບຮູ້ເຂົ້າໃຈ ກ່ຽວກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ເຊື່ອມຊຶມກຳແໜ້ນ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ; ໃນວັນທີ 26 ມີນາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021); ປາຖະກະຖາໂດຍ ທ່ານ ໄກສອນ ຄູນລາດສຸວັນນະວົງ ອະດີດຮອງເຈົ້າແຂວງສະຫວັນນະເຂດ; ໂດຍມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ, ມີຄະນະຫ້ອງ ແລະ ກົມກອງອ້ອມຂ້າງ, ແຂກຮັບເຊີນອະດີດພະນັກງານການນຳບຳນານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ໄກສອນ ຄູນລາດສຸວັນນະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງກຳລັງປ້ອງກັນຄວາມສະຫງົບໃນແຕ່ລະໄລຍະ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ; ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ກຳລັງປ້ອງກັນຄວາມສະຫງົບ ໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການເຮັດໜ້າທີ່ປ້ອງກັນຄວາມສະຫງົບໂດຍກົງ ຕິດພັນກັບການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ກຳລັງປ້ອງກັນຄວາມສະຫງົບໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 5 ເມສາ 1961 ແມ່ນພາກສ່ວນໜຶ່ງຂອງກຳລັງປະກອບອາວຸດປະຕິວັດມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເຊິ່ງຢູ່ພາຍໃຕ້ການຊີ້ນຳ-ນຳພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ, ມີບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ; ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ກຳລັງປ້ອງກັນຄວມສະຫງົບ ເປັນກຳລັງທີ່ປະເຊີນໜ້າໂດຍກົງກັບອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ ສະຫງົບ, ເຮັດໜ້າທີ່ໃນການຕໍ່ຕ້ານ ແລະ ສະກັດກັ້ນອາດສະຍາກຳ, ບັນດາປະກົດ ການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປ້ອງກັນຜູ້ນຳ; ປ້ອງກັນວັນສຳຄັນຕ່າງໆຂອງພັກຂອງຊາດ ຕະຫຼອດຮອດງານບຸນປະເພນີອັນດີງາມ ແລະ ເທດສະການ ຕ່າງໆ ເປັນເຄື່ອງມືທີ່ສຳຄັນໃນການບັງຄັບໃຊ້ກົດໝາຍ, ຜູ້ກະທຳຜິດຕໍ່ລະບຽບກົດໝາຍຕ້ອງໄດ້ຖືກດຳເນີນຄະດີ ໂດຍ ແມ່ນອົງການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ຕຳຫຼວດເປັນຜູ້ດຳເນີນການສືບສວນ-ສອບສວນ ເພື່ອປະກອບສຳ ນວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງຂຶ້ນ ສານຕັດສິນລົງໂທດຕາມກົດໝາຍ.

ສະນັ້ນແລ້ວ, ການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແມ່ນມີຄວາມ ໝາຍຄວາມສຳຄັນທີ່ສຸດ ມັນແມ່ນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງ ຊາດ, ແມ່ນບາດກ້າວຂະຫຍາຍຕົວຂອງການປະຕິວັດ; ແມ່ນກຳລັງປະກອບອາວຸດທີ່ແຫຼມຄົມຂອງພັກ, ປົກປັກຮັກສາພັກ-ລັດ ປົກປ້ອງແນວທາງ ແລະ ປົກ ປ້ອງອຸດົມການສັງຄົມນິຍົມ; ແມ່ນກຳລັງທີ່ມີການຈັດຕັ້ງນຳພາ-ບັນຊາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບ ດ້ານຈາກພັກປະຊາຊົນ ປະຕິວັດລາວ, ມີຄວາມບໍລິສຸດ ຈົງຮັກພັກດີຕໍ່ປະເທດ ຊາດ, ຕໍ່ພັກຕໍ່ປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.