ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບໃນວັນທີ 23 ມີນາ 2021; ໂດຍການເປັນປະທານຂອງ ພັອ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ມີຄະນະປະຈຳພັກກົມ, ບັນດາເລຂາໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 25/ຄພ ປກສ, ລົງວັນທີ 26 ມີນາ 2021 ວ່າ ດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020; ຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ສະບັບເລກທີ 504/ປກສ; 505/ປກສ, 506/ປກສ, ລົງວັນທີ 9 ມີນາ 2021 ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ; ສະບັບເລກທີ 721/ກມ ປສ, ລົງວັນທີ 10 ມີນາ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃນນີ້, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຈຳນວນ 22 ໜ່ວຍພັກ; ເລື່ອນຊັ້ນ ພັນ ຕີ ຂຶ້ນ ພັນໂທ ຈຳນວນ 1 ສະຫາຍ, ຮ້ອຍ ເອກ ຂຶ້ນ ພັນຕີ 2 ສະຫາຍ ຍິງ 1 ສະ ຫາຍ; ຮ້ອຍໂທ ຂຶ້ນ ຮ້ອຍເອກ 42 ສະຫາຍ ຍິງ 6 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ ແລະ ເລື່ອນຊັ້ນວາ ທີ ຂຶ້ນ ຮ້ອຍຕີ 1 ສະຫາຍ ປະດັບຊັ້ນ ໂດຍ ພັອ ໜູໃບ ອິນທິສານ.

ຫຼັງຈາກນັ້ນ, ພັອ ໜູໃບ ອິນທິສານ ໄດ້ໂອລົມຕໍ່ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ເຊິ່ງທ່ານໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານຂອງບັນດາໜ່ວຍພັກ; ສະມາຊິກພັກ ຈົ່ງພ້ອມກັນຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ສືບຕໍ່ສ້າງໃຫ້ໜ່ວຍພັກຂອງຕົນມີຄວາມໜັກແໜ້ນເຂັ້ມແຂງທາງດ້ານແນວຄິດການເມືອງ, ການຈັດຕັ້ງ ເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້, ຕໍ່ກັບນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ກໍຕ້ອງບຸກບືນເພີ່ມຄວາມຮັບຜິດ ຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.