ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ X ຂອງຄະນະກໍາມະການຮ່ວມມືເສດຖະກິດ; ການຄ້າ ແລະ ເຕັກນິກລາວ-ຈີນ ແລະ ກອງປະຊຸມ ຄັ້ງທີ XI ຂອງຄະນະປະສານງານພາກເໜືອ ສປປ ລາວ ກັບ ແຂວງ ຢຸນນານ ສປ ຈີນ ທີ່ແຂວງອຸດົມໄຊ ໃນວັນທີ 25 ມີນາ 2021; ເປັນປະທານໂດຍ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ບັນດາພະແນກການທີ່ກ່ຽວຂ້ອງບັນດາແຂວງພາກເໜືອ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຮັບຜິດຊອບ ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດ ວຽກງານຕະຫຼອດໄລຍະທີ່ຜ່ານມາ ໂດຍປະຕິບັດຕາມເນື້ອໃນຈິດໃຈການຕົກລົງ ເປັນເອກະພາບຂອງການນຳສູງສຸດຂອງ 2 ປະເທດ ທີ່ພ້ອມກັນກຳນົດວ່າ ສາຍພົວພັນ ຂອງສອງປະເທດ ແມ່ນສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ບົນພື້ນ ຖານ ເປັນເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ; ເພື່ອນສະຫາຍທີ່ດີ ແລະ ຄູ່ ຮ່ວມມືທີດີ, ສອງປະເທດພວມຈັດຕັ້ງປະຕິບັດແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ປີ 2021 ໄດ້ກໍານົດເປັນມິດຕະພາບລາວ-ຈີນ. ຄະນະກຳມະ ການຮ່ວມມືລາວ-ຈີນ ໃນນາມເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ, ໄດ້ຄົ້ນຄ້ວາ ແລະ ຜັນຂະຫຍາຍນະໂຍບາຍການຮ່ວມມືລະຫວ່າງ ສອງຝ່າຍ, ເສີມ ສ້າງການພົວພັນຮ່ວມມືລະຫວ່າງ 2 ຝ່າຍ, ເສີມສ້າງການພົວພັນຮ່ວມມືທາງດ້ານ ເສດຖະກິດ, ການຄ້າ ແລະ ເຕັກນິກລະຫວ່າງ 2 ປະເທດ ລາວ ແລະ ຈີນ; ອັນໄດ້ເຮັດໃຫ້ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືຂອງສອງປະເທດ ນັບມື້ນັບໄດ້ຂະ ຫຍາຍຕົວກ້າວເຂົ້າສູ່ລວງເລິກ, ເຊິ່ງສາມາດເຫັນໄດ້ ຈາກຕົວເລກການຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານລາວ ເຂົ້າໃນການປະຕິບັດໂຄງການຕ່າງໆ, ກໍຄືການກໍ່ສ້າງ ແລະ ຝຶກອົບຮົມຊັບພະຍາ ກອນ ມະນຸດ ນັບມື້ນັບເພີ່ມຂຶ້ນ; ນອກນັ້ນ, ການຄ້າລາວ-ຈີນ ກໍຈັດຢູ່ໃນອັນດັບ 2 ຂອງ ຄູ່ຄ່າຕ່າງປະເທດຂອງລາວ, ການລົງທຶນຖືວ່າ ຈີນ ເປັນຜູ້ລົງທຶນອັນດັບໃຫຍ່ທີໜຶ່ງຂອງລາວ ແລະ ນອກນັ້ນ ນັກທ່ອງທ່ຽວຈີນມາລາວກໍນັບມື້ນັບເພີ່ມຂຶ້ນ.

ທັງໝົດນີ້, ໄດ້ນຳເອົາຜົນປະໂຫຍດອັນແທ້ຈິງສູ່ສັງຄົມ ກໍຄືປະຊາຊົນລາວທົ່ວປະເທດ, ເວົ້າໄດ້ວ່າ ການຮ່ວມມືລາວ-ຈີນ ໄດ້ເປັນກຳລັງແຮງທີ່ສຳຄັນ ປະກອບສ່ວນ ເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພວກເຮົາ; ທັັງໝົດນີ້ ບໍ່ພຽງແຕ່ແມ່ນຜົນງານຂອງຄະນະກຳມະການຮ່ວມມືລາວ-ຈີນ ແຕ່ພຽງຜູ້ດຽວ, ຫາກແມ່ນຜົນງານແຫ່ງການປະກອບສ່ວນທີ່ສໍາຄັນຢ່າງຕັ້ງໜ້າຂອງຫຼາຍພາກສ່ວນ ຕາມພາລະບົດບາດຂອງຂະແໜງການຕົນເອງ ລວມທັງສູນກາງ ແລະ ທ້ອງຖິ່ນ.