ການສໍ້ລາດບັງຫຼວງ ແມ່ນການສວຍໃຊ້ສິດອໍານາດໜ້າທີ່ຕໍາແໜ່ງສໍ້ໂກງເອົາ, ຍັກຍອກເອົາ, ໂລບເອົາ, ຕົວະຕົ້ມເອົາ, ຂົ່ມຂູ່ເອົາ, ປິດບັງ, ເຊື່ອງອໍາເອົາຊັບສິນ, ເງິນທອງຂອງລັດ ແລະ ບຸກຄົນ ມາເປັນຂອງຕົນເອງ ໂດຍປິດບັງບໍ່ໃຫ້ການຈັດຕັ້ງ, ອໍານາດການປົກຄອງຮູ້.

ຜ່ານມາປະເທດເຮົາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ພາຍໃຕ້ນະໂຍບາຍຂອງພັກ ແລະ ການປະຕິບັດງານຂອງລັດຖະບານ ເຫັນໄດ້ວ່າ ລະບົບພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງປັບປຸງປົວແປງ ຈົນປະເທດເຮົາມີຄວາມຈະເລີນກ້າວໜ້າ ຖ້າທຽບໃສ່ເມື່ອກ່ອນ; ແຕ່ຄຽງຄູ່ກັບດ້ານດີນັ້ນ, ກໍຍັງປັດສະຈາກບໍ່ໄດ້ກັບດ້ານທີ່ຕ້ອງໄດ້ປັບປຸງເເກ້ໄຂ ບໍ່ວ່າຈະເປັນປະລິ ມານ ເເລະ ຄຸນນະພາບຂອງລະບົບພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງຍັງບໍ່ທົ່ວເຖິງທຸກທ້ອງ ຖິ່ນ, ໂຄງການກໍ່ສ້າງບາງໂຄງການຍັງມີຄຸນນະພາບຕໍ່າ ແຕ່ມູນຄ່າການກໍ່ສ້າງສູງເກີນ ເເລະ ບັນຫາອື່ນໆ ທີ່ລັດໄດ້ເອົາໃຈໃສ່ແລ້ວ ແຕ່ຍັງບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງປະເທດ, ເຊິ່ງບັນຫາສ່ວນໜຶ່ງປະຊາຊົນ ເຊື່ອວ່າ ມີສາເຫດມາຈາກການສໍ້ລາດບັງຫຼວງ.

ອົງການກວດກາລັດຖະບານ ໄດ້ລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໃນອາທິດຜ່ານມາວ່າ: ຜ່ານມາ, ລັດຖະບານສູນເສຍລາຍຮັບ ແລະ ງົບປະ ມານ ໄປຈໍານວນບໍ່ໜ້ອຍ ຍ້ອນພຶດຕິກຳການສໍ້ລາດບັງຫຼວງ ເພື່ອເປັນການແກ້ໄຂອົງການກວດກາລັດຖະບານ ໄດ້ເອົາໃຈໃສ່ກວດກາ ແລະ ດຳເນີນການສືບສວນ-ສອບສວນ ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ສະແດງອອກໃນ 5 ປີຜ່ານມາ ( 2016-2020 ) ພົບພະນັກງານລັດ-ເອກະຊົນ ແລະ ປະຊາຊົນມີພຶດຕິກໍາສໍ້ລາດບັງຫຼວງ ທັງໝົດ 762 ຄົນ;

ໃນນັ້ນ, ເປັນພະນັກງານລັດ 310 ຄົນ, ພະນັກງານວິສາຫະກິດ 338 ຄົນ, ພະນັກງານບໍລິສັດເອກະຊົນ 103 ຄົນ ແລະ ປະຊາຊົນ 11 ຄົນ; ຖືກດຳເນີນຄະດີທັງໝົດ 140 ຄົນ; ໃນນີ້, ພະນັກງານລັດວິສາຫະກິດ 42 ຄົນ, ພະນັກງານບໍລິສັດເອກະຊົນ 34 ຄົນ ແລະ ປະຊາຊົນ 6 ຄົນ; ສະຫຼຸບຄະດີສົ່ງໄອຍະການແລ້ວ 107 ຄົນ; ໃນນີ້, ພະນັກງານລັດ 49 ຄົນ, ພະນັກງານລັດວິສາຫະກິດ 26 ຄົນ, ພະນັກງານບໍລິສັດເອກະຊົນ 27 ຄົນ ແລະ ປະຊາຊົນ 5 ຄົນ; ສານຕັດສິນແລ້ວ 79 ຄົນ; ແກ້ໄຂທາງບໍລິຫານ 614 ຄົນ; ໃນນີ້, ພະ ນັກງານລັດ 254 ຄົນ, ພະນັກງານລັດວິສາຫະກິດ 288 ຄົນ, ພະນັກງານບໍລິສັດເອກະຊົນ 72 ຄົນ; ຈາກການກວດກາ ແລະ ດໍາເນີນຄະດີ ພົບເຫັນການເສຍຫາຍ ທັງໝົດ 378.783.008.163 ກີບ, 362.577,518 ບາດ, 14.984.487 ໂດລາ, ສາມາດເກັບກູ້ໄດ້ 370.929.002,205 ກີບ, 26.029.096 ບາດ, 11.097 ໂດລາ.

ການທີ່ລັດຖະບານ ໄດ້ເອົາໃຈໃສ່ໃນການສະກັດກັ້ນ, ຕ້ານ ແລະ ເເກ້ໄຂບັນຫາການສໍ້ລາດບັງຫຼວງຢ່າງເອົາໃຈໃສ່ນັ້ນເເມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພາະປະຊາຊົນເຊື່ອວ່າ ການສໍ້ລາດບັງຫຼວງແມ່ນບັນຫາຫຼັກທີ່ຖ່ວງດຶງການພັດທະນາ, ການສໍ້ລາດບັງຫຼວງ ແມ່ນບັນຫາທີ່ສ້າງຄວາມເສຍຫຼາຍຢ່າງໜັກຕໍ່ກັບລັດຖະບານ ແລະ ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໜັ້ນຕໍ່ການຊີ້ນໍາ-ນໍາພາ, ການສໍ້ລາດບັງຫຼວງ ເຮັດໃຫ້ການແກ້ໄຂຫຼາຍບັນຫາພາຍໃນປະເທດບໍ່ປະສົບຜົນສໍາເລັດ ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ສະນັ້ນ, ເພື່ອເປັນການສະກັດກັ້ນການສໍ້ລາດບັງຫຼວງ ຄວນມີການໂຄສະນາເຜີຍແຜ່ນິຕິກໍາທີ່ເຂົ້າຂ່າຍສໍ້ລາດບັງຫຼວງໃຫ້ປະຊາຊົນຮູ້, ຮຽກຮ້ອງໃຫ້ທົ່ວສັງຄົມມີສ່ວນຮ່ວມໃນວຽກງານແກ້ໄຂການສໍ້ລາດບັງຫຼວງ, ໃນແຕ່ລະທ້ອງຖິ່ນຄວນມີບ່ອນແຈ້ງ ຫຼື ເບີໂທລະສັບກ່ຽວກັບການສໍ້ລາດບັງຫຼວງ, ເມື່ອກວດສອບ ພົບເຫັນຜຶດຕິກໍາການສໍ້ລາດບັງຫຼວງ ຄວນໃຊ້ມາດຕະການເດັດຂາດ ດ້ວຍການປັບໃໝໃສ່ໂທດ ຫຼື ດໍາເນີນຄະດີຕາມລະບຽບກົດໝາຍຕໍ່ຜູ້ລະ ເມີດ ບໍ່ຄວນໃຫ້ໂອກາດຕໍ່ບຸກຄົນທີ່ບໍ່ດີ, ຖ້າວ່າໃຊ້ວິທີພະເດັດການຢ່າງເດັດຂາດ ບຸກຄົນອື່ນກໍຈະບໍ່ເອົາໄປເປັນແບບຢ່າງກະທໍາຜິດໃນຮູບແບບຕ່າງໆທີ່ເປັນການສໍ້ລາດບັງຫຼວງ ແລະ ເຊື່ອວ່າ ພາຍໃຕ້ແນວທາງນະໂຍບາຍຂອງພັກ ແລະ ການດໍາເນີນງານຂອງລັດຖະບານ ຈະເຮັດໃຫ້ບັນຫາການສໍ້ລາດບັງຫຼວງ ທີ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ ຈະຄ່ອຍໆຖືກແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມລາວເທື່ອລະກ້າວ.