15 ໜ່ວຍຊາວໜຸ່ມຮາກຖານ ກົມໃຫຍ່ການເມືອງໄດ້ຮັບໃບຢັ້ງຢືນ 4 ບຸກ

0
1532

ພິທີມອບໃບຢັ້ງຢືນ 4 ບຸກ ແລະ ໃບຍ້ອງຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ໃຫ້ໜ່ວຍຊາວໜຸ່ມຮາກຖານ ອ້ອມຂ້າງກົມໃຫຍ່ການເມືອງ ປກສ ຈັດຂຶ້ນໃນວັນທີ 30 ມີນາ 2021,ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ,ພ້ອມດ້ວຍ ພັທ ສັນຕິ ບຸນມາໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີຄະນະພັກ-ຄະນະກົມ, ໜ່ວຍຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງກົມໃຫຍ່ການເມືອງເຂົ້າຮ່ວມ.

ພັທ ປອ ວຽງໄຊ ທໍາມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ຄະນະບໍລິຫານງານຊາວ ໜຸ່ມກົມໃຫຍ່ການເມືອງ ປກສ ມີ 15 ສະຫາຍ ຍິງ 2 ສະຫາຍ, ມີສະມາຊິກຊາວໜຸ່ມ ທັງໝົດ 1.077 ສະຫາຍ, ຍິງ 423 ສະຫາຍ, ມີໜ່ວຍຊາວ ໜຸ່ມຮາກຖານ 16 ໜ່ວຍ.

ໃນ 1 ປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມໄດ້ເອົາໃຈໃສ່ນໍາພາໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມປະຕິ ບັດຂໍ້ແຂ່ງຂັນ 4 ບຸກ ຄື: ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍຫຼອມຮໍ່າຮຽນ, ບຸກດ້ານການປັບປຸງກໍ່ສ້າງການຈັດຕັ້ງ, ບຸກດ້ານການເຄື່ອນໄຫວວຽກງານຕ່າງໆຢ່າງເປັນຂະ ບວນຟົດຟື້ນ.ໃນນີ້, ບຸກດ້ານການເມືອງແນວຄິດ ໄດ້ຖືເປັນສໍາຄັນໃຫ້ແກ່ຖັນແຖວສະມາຊິກຊາວໜຸ່ມເຍົາວະຊົນ ທົ່ວກົມໃຫຍ່ການເມືອງ ປກສ ເປັນກົກ,ໂດຍຖືເອົາການຈັດຕັ້ງປະຕິບັດລະບອບຮ່ວມຊີວິດ, ລະບຽບການສ່ອງແສງລາຍງານປະຈໍາເດືອນ, ການຈັດຕັ້ງຮໍ່າຮຽນ, ຄົ້ນຄວ້າເຊື່ອມຊຶມມະຕິ , ຄໍາສັ່ງ, ແນວທາງ, ລະບຽບວິໄນຂອງກໍາລັງ ປກສ,ຖືເອົາຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມາເປັນພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ.

ນອກຈາກນີ້. ຍັງໄດ້ຈັດຕັ້ງນໍາພາສະມາຊິກເຂົ້າຮ່ວມເຊື່ອມຊຶມມະຕິຄໍາສັ່ງ,ລະບຽບ, ກົດໝາຍ, ຮັບຟັງການປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກຂອງຊາດ,ຂອງກໍາລັງປະກອບອາວຸດ 9 ຄັ້ງ,ມີຊາວໜຸ່ມເຂົ້າຮ່ວມ 1.227ເທື່ອ ສະຫາຍ ຍິງ 469 ເທື່ອສະຫາຍ, ເຂົ້າຊົມອານຸສອນສະຖານທາງປະຫວັດສາດ 2 ຄັ້ງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີຕ່າງໆທີ່ພັກລັດ ແລະ ກົມກອງລວມໝູ່ຈັດຂຶ້ນຢ່າງເປັນປົກ ກະຕິ.

ໃນພິທີ, ກໍໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ວ່າດ້ວຍການຢັ້ງຢືນໜ່ວຍຊາວໜຸ່ມຮາກຖານທີ່ຂຶ້ນກັບຄະນະຊາວໜຸ່ມກົມໃຫຍ່ການເມືອງ ປກສ ເປັນໜ່ວຍ 4 ບຸກ ປະຈໍາປີ 2020, ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍໃຫ້ສະມາຊິກຊາວໜຸ່ມ ກົມໃຫຍ່ການເມືອງ ປກສ.ໃນນີ້, ໄດ້ຕົກລົງມອບໃບຢັ້ງຢືນ 4 ຈໍານວນ 15 ໜ່ວຍຊາວໜຸ່ມ ຄື: ໜ່ວຍຊາວໜຸ່ມຮາກຖານຫ້ອງການ, ໜ່ວຍຊາວໜຸ່ມຮາກຖານ ຫ້ອງການເມືອງ, ໜ່ວຍຊາວໜຸ່ມຮາກຖານ ກົມກໍ່ສ້າງກໍາລັງ, ໜ່ວຍຊາວໜຸ່ມຮາກຖານ ກົມຈັດຕັ້ງພະນັກງານ, ໜ່ວຍຊາວໜຸ່ມຮາກຖານ ກົມພັກ, ໜ່ວຍຊາວໜຸ່ມຮາກຖານ ກົມນະໂຍບາຍ, ໜ່ວຍຊາວໜຸ່ມຮາກຖານ ກົມປ້ອງກັນກໍາລັງ, ໜ່ວຍຊາວໜຸ່ມຮາກຖານ ກົມກິລາ, ໜ່ວຍຊາວໜຸ່ມຮາກຖານ ກົມໂຄສະ ນາອົບຮົມ.

ໜ່ວຍຊາວໜຸ່ມຮາກຖານ ກົມສື່ມວນຊົນ ປກສ, ໜ່ວຍຊາວໜຸ່ມຮາກຖານ ຫ້ອງຊາວໜຸ່ມກະຊວງ ປກສ, ໜ່ວຍຊາວໜຸ່ມຮາກຖານ ຫ້ອງແມ່ຍິງກະ ຊວງ ປກສ, ໜ່ວຍຊາວໜຸ່ມຮາກຖານ ຫ້ອງກໍາມະບານກະຊວງ ປກສ,ໜ່ວຍຊາວໜຸ່ມຮາກຖານໂຮງຮຽນວັດທະນາທໍາ 67 ແລະ ມອບໃບຍ້ອງຍໍໃຫ້ ສະມາຊິກຊາວໜຸ່ມ ຈໍານວນ 582 ສະຫາຍ.

ພາບ-ຂ່າວ: ແກ້ວ ອຸເພັດ