ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໃນວັນທີ 30 ມີນາ 2021, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຫ້ອງ, ພະແນກ, ຄ້າຍ ແລະ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ຈູມວິໄລ ແກ້ວທອງສີ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ, ຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້ງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫຼວດ ກົມຕໍາຫຼວດຄຸມຂັງ-ດັດສ້າງ ເຊິ່ງມີລາຍລະອຽດດັ່ງນີ້:

  • ເລື່ອນຊັ້ນ ພັຕ ຂຶ້ນຊັ້ນ ພັທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັຕ 6 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 14 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ຍິງ 1 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 109 ສະຫາຍ ຍິງ 28 ສະຫາຍ
  • ຊັ້ນ 1 ຂຶ້ນຊັ້ນ ສິບຕີ 1 ສະ ຫາຍ ຍິງ 1 ສະຫາຍ

ທັງນີ້, ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍຕຳຫຼວດ ຜູ້ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫົງບປະຊາຊົນ.

ໃນພິທີ, ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2020 ໃຫ້ໜ່ວຍພັກທີ່ຂຶ້ນກັບ ຄະນະພັກກົມຕໍາ ຫຼວດຄຸມຂັງ-ດັດສ້າງ ຈໍານວນ 10 ໜ່ວຍພັກ ຄື:

  • ໜ່ວຍພັກ ຫ້ອງການກົມ
  • ໜ່ວຍພັກຮາກຖານ ພະແນກການເມືອງ
  • ໜ່ວຍພັກຮາກຖານ ພະແນກພະລາ
  • ໜ່ວຍພັກຮາກຖານ ພະແນກຄຸ້ມຄອງນັກໂທດ-ດັດສ້າງ
  • ໜ່ວຍພັກຮາກຖານ ພະແນກສືບສວນ-ສອບສວນ
  • ໜ່ວຍພັກຮາກຖານ ພະແນກປ້ອງກັນ
  • ໜ່ວຍພັກຮາກຖານ ພະແນກຜະລິດ-ຝຶກວິຊາຊີບ
  • ໜ່ວຍພັກຮາກຖານ ພະແນກສຶກສາອົບຮົມນັກໂທດ-ດັດສ້າງ
  • ໜ່ວຍພັກຮາກຖານ ຄ້າຍຄຸມຂັງໂພນເງິນ
  • ໜ່ວຍພັກຮາກຖານ ຄ້າຍດັດສ້າງສາຍນໍ້າງື່ມ