ການນໍາກະຊວງ ປກສ ຊົມການສະແດງສິລະປະ ທີ່ກຽມຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
1288

ໃນຄໍ່າຄືນວັນທີ 29 ມີນາ 2021, ການນໍາກະຊວງ ປກສ ນໍາໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ, ພ້ອມດ້ວຍ ທ່ານ ບົວເງິນ ຊາພູຸວົງ ຮອງ ລມຕ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສິລະປິນແຫ່ງຊາດ ແລະ ຄະນະໃຫ້ກຽດເຂົ້າຊົມລາຍການສະແດງຜ່ານ ຂອງກອງສິລະປະ ປກສ ທີ່ຈະສະແດງຮັບໃຊ້ງານສະເຫຼີມ ສະ ຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ ທີ່ຈັດຂຶ້ນໃນມໍ່ໆນີ້, ຜ່ານການຊົມການສະແດງ ການນຳ ປກສ ໄດ້ແນະນໍາໃຫ້ມີການປັບປຸງຄວາມເປັນເອກະພາບ ແລະ  ຄວາມເຂັ້ມແຂງຂອງນັກສະແດງ ລວມທັງຄວາມຈົບງາມ ແລະ ລະບົບ,ສຽງ-ສີ-ສຽງຂຶ້ນຕື່ມ ເນື່ອງຈາກຍັງມີບາງເນື້ອໃນບາງລາຍການສະແດງຍັງບໍ່ທັນອຸດົມສົມບູນ.

ພັທ ວັນນະສັກ ທອງອຸໄທ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໃຫ້ຮູ້ວ່າ: ຜ່ານການຮັບຊົມ ທີ່ກອງສິລະປະກອນນໍາມາສະແດງຜ່ານໃນຄັ້ງນີ້, ບາງທ່ານ ກໍໄດ້ມີການແນະນໍາໃຫ້ມີການປັບປຸງຫຼາຍຢ່າງ ເປັນຕົ້ນແມ່ນ ປັບປຸງບັນດາລາຍການຂອງນັກສະແດງທີ່ເຫັນວ່າ ຍັງບໍ່ສອດຄ່ອງ ເປັນຕົ້ນແມ່ນອ່ອນຊ້ອຍ,ບາງ ບົດຍັງບໍ່ທັນສື່ເຖິງຄວາມເຂັ້ມແຂງແບບແຜນຂອງກໍາລັງ,ຄວາມເອກະພາບໃນການສະແດງ, ຮູບພາບປະກອບ, ບັນ ດາເນື້ອຮ້ອງບົດເພງ ແລະ ລະບົບແສງ-ສີ-ສຽງໃຫ້ກົມກືນກັບການສະແດງ. ຕໍ່ກັບບັນຫາດັ່ງກ່າວ ຄະນະຮັບຜິດຊອດ ກໍຄື ກອງສິລະປະ ກອນ ປກສ  ກໍໄດ້ມີການຂຸ້ນຂ້ຽວປັບປຸງ ບັນດາບົດການສະແດງຕ່າງໆມີຄວາມສົມບູນ 100% ໃນວັນສະແດງຈິງ.

ລາຍການສະແດງຜ່ານຄັ້ງນີ້ ປະກອບດ້ວຍບົດຟ້ອນປະສານຮ້ອງກ້າວເດີນໃຕ້ຮົ່ມທຸງໄຊ,ບົດເພງ ປກສ ປະຊາຊົນ; ຂັບຊຽງຂວາງຖາມຂ່າວບ່າວຕໍາຫຼວດ; ບົດຟ້ອນ ນັກຮົບສັນຕິລາດ; ບົດເພງ 5 ເມສາໝັ້ນຢືນ; ບົດຟ້ອນງາມແດນຈໍາປາ; ລໍາຕັ່ງຫວາຍຊົມເຊີຍຜົນງານ ປກສ ຢ່າງສຸດໃຈ; ບົດຟ້ອນກຽມພ້ອມປະຈັນບານ; ບົດເພງ ປກສ ເພື່ອປະຊາຊົນ; ລໍາສີພັນດອນມູນເຊື້ອ ແລະ ຜົນງານ 60 ປີ; ບົດຟ້ອນມ່ວນຊື່ນໃນປາງບຸນ; ບົດເພງ ເຄື່ອນທີ່ໄວ ແລະ ບົດຟ້ອນປະສານສຽງຮ້ອງ ກ້າວໄປຢ່າງມີໄຊ.

ພາບ-ຂ່າວ: ບຸນຖີນ ນີລະໄຊ