ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມ ຄົບ ຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ທີ່ສະໂມສອນກະຊວງ ປ້ອງກັນຄວາມສະຫງົບ ໃນວັນທີ 5 ເມສາ 2021, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະທານປະເທດ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບຳນານ, ແຂກຮັບເຊີນ, ນາຍ ແລະ ພົນຕຳຫຼວດ ເຂົ້າ ຮ່ວມ.

ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ໄດ້ກ່າວຄຳເຫັນຕໍ່ພິທີສະເຫຼີມສະຫຼອງວ່າ: ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກເຮົາ ໃນພາລະກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ການກຳເນີດເກີດຂຶ້ນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ກໍໄດ້ປະເຊີນໜ້າໂດຍກົງກັບກຸ່ມຄົນບໍ່ດີທີ່ມີກໍາລັງເໜືອກວ່າຕັ້ງຫຼາຍເທົ່າທາງດ້ານເສດຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ. ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກກັນດານນັ້ນ, ກໍາລັງປ້ອງກັນຄວາມສະຫງົບ ພ້ອມກັນກັບກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດ ຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ .

ຕະຫຼອດໄລຍະ 60 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ, ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະ ອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລໍາບາກນາໆປະການ, ດ້ວຍນ້ຳໃຈປະຕິວັດອັນສູງສົ່ງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນ ຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫຼວງ. ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.

ໂອກາດທີ່ມີຄວາມໝາວຍຄວາມສໍາຄັນນີ້້້, ສະຫາຍ ທອງລຸນສີ ສຸລິດ ໄດ້ກ່າວສູນທອນພົດຕໍ່ພິທີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພາລະກິດຂອງກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ແມ່ນການຕ້ານກັບກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ມີເຈດຕະນາອັນບໍ່ດີຕໍ່ປະເທດຊາດ, ເຊິ່ງແມ່ນໜ້າທີ່ຂອງກໍາລັງ ປກຊ-ປກສ ເປັນຜູ້ແບກຫາບໜັກກວ່າໝູ່, ເປັນຜູ້ປະເຊີນໜ້າຫຼາຍກວ່າໝູ່. ນອກຈາກຕ້ານກຸ່ມຄົນບໍ່ດີແລ້ວ, ຍັງຕ້ອງສ້າງສັງຄົມໃຫ້ມີຄວາມສະຫງົບປອດໄພ, ສ້າງສະພາບແວດລ້ອມໃຫ້ປະຊາຊົນລາວໃນທົົ່ວປະເທດ ມີຄວາມອຸ່ນອ່ຽນໃຈໃນການດຳລົງຊີວິດ, ການທໍາມາຫາກິນຢ່າງສະຫງົບສັນຕິ; ປົກປ້ອງກົດໝາຍ ເຮັດໃຫ້ປະຊາຊົນມີທີີ່ເພິ່ງ, ໃຫ້ປະຊາຊົນເຊືີ່ອໝັັ້ນໃນຄວາມເປັນທຳ, ຍຸຕິທໍາຂອງກໍາລັງປ້ອງກັນຄວາມສະຫງົບ, ຕ້ານອາຊະຍາກໍາທຸກຮູບແບບຂອງສັງຄົມ, ຕ້ານການກໍ່ການຮ້າຍອາຊະຍາກໍາຂ້າມຊາດ, ຕ້ານ ແລະ ສະກັດກັ້ນໄພສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ ແລະ ການກໍ່ອາຊະຍາກໍາປະເພດອື່ນໆ.

ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈະຕ້ອງໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດ ຊອບອັນໃຫຍ່ຫຼວງ, ຄວາມມານະອົດທົນສູງ ແລະ ຄວາມກ້າຫານປະດິດສ້າງ, ສະດຸ້ງໄວ ເພື່ອຮັບມືກັບສິ່ງທ້າ ທາຍທົດສອບ ທີ່ອາດຈະເກີດຂຶ້ນ, ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ທ່ວງທັນກັບສະພາບການໃນປະຈຸບັນ, ເສີມຂະຫຍາຍມູນເຊື້ອກໍາລັງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ ໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບທີ່ເຂັ້ມແຂງໜັກແໜ້ນ, ພະນັກງານ-ນັກຮົບ ຕ້ອງເປັນແບບຢ່າງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ເປັນທີ່ເພິ່ງຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາຊົນ ປະຕິບັດຕາມຄໍາຂັວນທີ່ວ່າ: ຕໍາຫຼວດ ແລະ ປະຊາຊົນ ໃຫ້ຄືປາກັບນໍ້າ. ຕໍາຫຼວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ຖືປະຊາຊົນເປັນກົກ, ຕ້ອງເຄັງຂັດຕໍ່ລະບຽບກົດໝາຍ, ມີຈັນຍາບັນ-ຈັນທໍາ ທີ່ແທ້ຈິງ, ກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ ຕ້ອງພະຍາຍາມກ້າວເຂົ້າສູ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີໃໝ່, ວິທະຍາສາດໃໝ່ ທີ່ສາມາດສື່ສານໄດ້ຢ່າງທັນການ ເພື່ອພັດທະ ນາໃຫ້ກໍາລັງປ້ອງກັນຄວາມສະຫງົບ ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.