ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (ວັນທີ 5 ເມສາ 1961-5 ເມສາ 2021), ເລີ່ມແຕ່ວັນທີ 23 ມີນາ ເປັນຕົ້ນມາ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງອຸດົມໄຊ ມີບັນດາຫ້ອງການ; ພະແນກການ, ກອງ ບັນຊາການທະຫານແຂວງ, ສະຖາບັນການສຶກສາ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ; ບໍລິສັດອ້ອມຂ້າງແຂວງ ໄດ້ນຳເອົາກະຕ່າຂອງຂັວນ-ວັດຖຸປັດໄຈເຂົ້າສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊ ຄະນະພັກ-ຄະນະບັນ ຊາ ປກສ ແຂວງ ໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບ ຮອບ 60 ປີ; ໃຫ້ກຽດຕ້ອນຮັບໂດຍ ແມ່ນສະຫາຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ອຸດົມໄຊ, ມີຄະນະພັກ ຮອງກອງບັນ ຊາການ ພ້ອມດ້ວຍຄະນະທີມງານຂະ ບວນການຮັບແຂກພາຍໃນກຳລັງ ເຂົ້າ ຮ່ວມ.

ໃນໂອກາດດັ່ງກ່າວ ຄະນະນຳກອງ ບັນຊາການ ປກສ ແຂວງກໍໄດ້ສະແດງຄວາມຂອບໃຈຕໍ່ການນຳ, ຄະນະພັກ-ຄະນະບັນຊາອົງການຈັດຕັ້ງຕ່າງໆ ທີ່ໄດ້ເຂົ້າອວຍພອນກຳລັງປ້ອງກັນຄວາມສະຫງົບດ້ວຍຫຼາຍສີສັນ; ບັນຍາກາດ ແລະ ຖືໂອກາດດຽວກັນນີ້ອວຍພອນໄຊມາ ຍັງບັນດາທ່ານ ພ້ອມຄະນະຈົ່ງມີແຕ່ສຸ ຂະພາບເຂັ້ມແຂງ, ມີພາລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ; ພ້ອມກັນສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ປຸກລະດົມທຸກກຳລັງແຮງເຂົ້າຮ່ວມຂະບວນການປ້ອງກັນຄວາມສະຫງົບ ເພື່ອຮັບປະກັນເຮັດໃຫ້ ທົ່ວແຂວງ ມີຄວາມສະຫງົບທາງດ້ານ ການເມືອງສັງຄົມມີຄວາມເປັນລະບຽບຮຽບຮ້ອຍເປັນກ້າວໆ.